ໃນຖະແຫຼງການຮ່ວມສະບັບໜຶ່ງພາຍຫຼັງການເຈລະຈາຢູ່ທຳນຽບຂາວ, ການນຳສອງທ່ານ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາ ຈະມານະພະຍາຍາມບັນລຸໄດ້ມາດຕະການສັນຕິພາບສຳລັບບັນດາການຂັດແຍ່ງກັນຢູ່ທະເລຕາເວັນອອກ

ທ່
ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ໄທ ປະຢຸດ ຈັນໂອຊາ
ວັນທີ 03 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ໄທ ປະຢຸດ ຈັນໂອຊາ ໄດ້ຢັງຢືນຄຳໝັ້ນສັນຍາ ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ ຄືນໃໝ່, ໃນສະພາບທີ່ ຈີນ ພວມເພີ່ມບັນດາການເຄື່ອນໄຫວດ້ານການທະຫານແບບແຂງກະດ້າງຢູ່ຂົງເຂດທະເລທີ່ເກີດການຂັດແຍ່ງກັນນີ້. ໃນຖະແຫຼງການຮ່ວມສະບັບໜຶ່ງພາຍຫຼັງການເຈລະຈາຢູ່ທຳນຽບຂາວ, ການນຳສອງທ່ານ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາ ຈະມານະພະຍາຍາມບັນລຸໄດ້ມາດຕະການສັນຕິພາບສຳລັບບັນດາການຂັດແຍ່ງກັນຢູ່ທະເລຕາເວັນອອກ, ໃນນັ້ນມີເລື່ອງເຄົາລົບບັນດາລະບຽບການ ກົດໝາຍ ແລະ ການທູດ, ອີງໃສ່ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 . ການນຳສອງທ່ານ ລ້ວນແຕ່ສະແດງຄວາມເຫັນດີໃນການຮັກສາວິທີສຳພັດມີລັກສະນະຮ່ວມມື, ມຸ່ງໄປເຖິງເປົ້າໝາຍຮັບປະກັນທະເລຕາເວັນອອກແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຍືນຍົງ.
(ແຫຼ່ງຄັດຈາກ VOV)