ຂ່າວສານ

ອາເມລິກາ ໃຫ້ຄຳໝັ້ນສັນຍາລະດົມທຸກແຫຼ່ງກຳລັງດ້ານການທະຫານເພື່ອປົກປ້ອງສ.ເກົາຫຼີ

      ວັນທີ 14 ພະຈິກ, ທ່ານປະທານສະພາເສນາທິການກຳລັງທະຫານປະສົມອາເມລິກາ, ນາຍພົນ Milley ໄດ້ຮຽກຮ້ອງໃຫ້ນຳໃຊ້ກຳລັງແຮງດ້ານການທະຫານອາເມລິກາ ຢ່າງສຸດຂີດ ເພື່ອປົກປ້ອງສ.ເກົາຫຼີ ເມື່ອ 2 ປະເທດຈັດຕັ້ງການເຈລະຈາປະຈຳປີ.

ນາຍພົນ Milley  ແລະ ນາຍພົນ Park Han ki
(ພາບ: Yonhap TTXVN)
      ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມຄັ້ງທີ 44 ຄະນະກຳມະການດ້ານການທະຫານ (MCM) ລະຫວ່າງນາຍພົນ Milley ແລະ ຄູ່ຕຳແໜ່ງສ.ເກົາຫຼີ ນາຍພົນ Park Han ki, ທ່ານ Milley ໄດ້ຢືນຢັນຄືນໃໝ່ບັນດາຄຳໝັ້ນສັນຍາທີ່ມີຄວາມໜັກແໜ້ນ ແລະ ບໍ່ສັ່ນຄອນຂອງອາເມລິກາ ກັບສ.ເກົາຫຼີ, ສືບຕໍ່ປົກປ້ອງປະເທດສຳພັນທະມິດ.
        ກໍ່ທີ່ກອງປະຊຸມ, 2 ຝ່າຍໄດ້ຮັບບັນດາບົດລາຍງານທີ່ອັບເດັດກ່ຽວກັບສະພາບການຄວາມໝັ້ນຄົງຢູ່ແຫຼມເກົາຫຼີ ແລະ ຢູ່ພາກພື້ນ. ນາຍພົນ Milley ຢືນຢັນວ່າ, ອາເມລິກາ ພ້ອມແລ້ວທີ່ຈະໂຕ້ຕອບບໍ່ວ່າການບຸກໂຈມຕີໃດຂອງແຫຼມເກົາຫຼີ ດ້ວຍທຸກຄວາມສາມາດດ້ານການທະຫານຂອງອາເມລິກາ.
 (ແຫຼ່ງຄັດຈາກ VOV)


top