ລັດຖະບານ ລັດເຊຍໄດ້ຮັບຄວາມເຫັນດີຢ່າງເປັນທາງການຈາກຝ່າຍ ອາເມລິກາ ກ່ຽວກັບເລື່ອງແຕ່ງຕັ້ງທ່ານ Aleksandr Darchiev ເປັນເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາເມລິກາ. ຕາມກະຊວງການຕ່າງປະເທດ ລັດເຊຍ ແລ້ວ, ທ່ານ Aleksandr Darchiev ຈະເດີນທາງເຖິງ ນະຄອນຫລວງ ວໍຊິງຕັນໂດຍໄວ ເພື່ອຮັບຫນ້າທີ່ນີ້.
ທ່ານ Aleksandr Darchiev.(ພາບ:Ria Novosti)
ວັນທີ 27 ກຸມພາ, ຢູ່ ນະຄອນ Istanbul, ຂອງ ປະເທດ ຕວກກີ, ໄດ້ດຳເນີນການປຶກສາຫາລືລະຫວ່າງ ລັດເຊຍ ແລະ ອາເມລິກາ ກ່ຽວກັບການຫັນການເຄື່ອນໄຫວຂອງບັນດາອົງການການທູດລະຫວ່າງສອງປະເທດ ເປັນປົກກະຕິ. ທີ່ການປະຊຸມ, ຝ່າຍ ອາເມລິກາ ໄດ້ສົ່ງຈົດໝາຍການທູດຢ່າງທາງການໂດຍຢັ້ງຢືນຄວາມເຫັນດີຕໍ່ເລື່ອງແຕ່ງຕັ້ງທ່ານ Aleksandr Darchiev ຫົວຫນ້າກົມ ມະຫາສະມຸດອັດລັງຕິກເຫນືອ, ກະຊວງການຕ່າງປະເທດລັດເຊຍ ເປັນເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາເມລິກາ.
ນອກຈາກເລື່ອງເຫັນດີເອກອັກຄະລັດຖະທູດຄົນໃຫມ່ແລ້ວ, ການປຶກສາຫາລື ຍັງສຸມໃສ່ເຂົ້າໃນການຮັບປະກັນການເຄື່ອນໄຫວຢ່າງລຸລ່ວງຂອງບັນດາອົງການການທູດສອງປະເທດ. ສອງຝ່າຍ ໄດ້ເປັນເອກະພາບບັນດາມາດຕະການຮັບປະກັນດ້ານການເງິນໃຫ້ແກ່ການເຄື່ອນໄຫວຂອງບັນດາເອກອັກຄະລັດຖະທູດ. ບັນດາເງື່ອນໄຂເຮັດວຽກຂອງນັກການທູດຂອງສອງປະເທດ ກໍ່ໄດ້ເຕື້ອງເຖິງ. ລັດເຊຍ ແລະ ອາເມລິກາ ຕົກລົງເຫັນດີວ່າ ຈະສືບຕໍ່ເຈລະຈາຜ່ານຊ່ອງທາງນີ້ໃນອະນາຄົດ.