ຂ່າວສານ

ອາເມລິກາ ຮັດແໜ້ນບັນດາມາດຕະການຈຳກັດ Huawei

      ວັນທີ 17 ສິງຫາ, ອຳນາດການປົກຄອງ ອາເມລິກາ ສືບຕໍ່ຮັດແໜ້ນບັນດາຄຳສັ່ງລົງໂທດສຳລັບກຸ່ມບໍລິສັດ Huawei ແນໃສ່ສືບຕໍ່ຈຳກັດກຸ່ມບໍລິສັດ ຈີນ ນີ້ ສຳຜັດກັບແຫຼ່ງສະໜອງຊິບໃນຄອມພິວເຕີ ກໍ່ຄືບັນດາເຕັກໂນໂລຊີອື່ນໆ.

(ພາບປະກອບ/ AFP/TTXVN)
      ໃນຖະແຫຼງການໜຶ່ງ, ກະຊວງການຄ້າ ອາເມລິກາ ໃຫ້ຮູ້ວ່າ: ປະເທດນີ້ພວມເປີດກ້ວາງບັນດາມາດຕະການຈຳກັດ ເຊິ່ງໄດ້ປະກາດເມື່ອເດືອນ ພຶດສະພາ ຜ່ານມາ ເພື່ອສະກັດກັ້ນກຸ່ມບໍລິສັດ Huawei ເກັບຊື້ທາດຊັກນຳ ເຊິ່ງບໍ່ມີໃບອະນຸຍາດພິເສດ.
        ແລະກໍ່ໃນວັນດຽວກັນ, ທ່ານ Mark Meadows ຫົວໜ້າຫ້ອງວ່າການທຳນຽບຂາວ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ພິຈາລະນາ, ເພີ່ມເຕີມບັນດາບໍລິສັດໂດຍ ຈີນ ກຳມະສິດໃສ່ບັນຊີລາຍຊື່ຕ້ອງຫ້າມ. ປະຈຸບັນ, ບັນຊີລາຍຊື່ດັ່ງກ່າວລວມມີ ByteDance ເປັນບໍລິສັດຖືກຳມະສິດໂປແກຼມແຜ່ເທບວີດີໂອໃນສື່ອອນລາຍ TikTok ແລະ ບໍລິສັດ Tencent ຖືກຳມະສິດໂປແກຼມສົ່ງຂໍ້ຄວາມ WeChat.
(ແຫຼ່ງຄັດຈາກ VOV)


top