ຂ່າວສານ

ອາເມລິກາ, ສ.ເກົາຫຼີ ຍິງລູກສອນໄຟ 8 ລູກ ແນໃສ່ໂຕ້ຕອບການກະທຳຂອງ ສປປ.ເກົາຫຼີ

ສ.ເກົາຫຼີ ແລະ ອາເມລິກາ ໄດ້ຍິງລູກສອນໄຟຈາກພື້ນດິນສູ່ພື້ນດິນ 8 ລູກ ເພື່ອແນໃສ່ໂຕ້ຕອບເລື່ອງ ສປປ.ເກົາຫຼີ ທົດລອງຍິງລູກສອນໄຟ 8 ລູກ ກ່ອນໜ້ານັ້ນໜຶ່ງວັນ.
  (ພາບປະກອບ: Reuters)  

 ຕອນເຊົ້າວັນທີ 6 ມິຖຸນາ, ອາເມລິກາ ແລະ ສ.ເກົາຫຼີ ໄດ້ຍິງລູກສອນໄຟຈາກພື້ນດິນສູ່ພື້ນດິນ ຢູ່ນອກຝັ່ງທະເລ ສ.ເກົາຫຼີ. ຕາມສຳນັກຂ່າວສານ Yonhap ຂອງ ສ.ເກົາຫຼີ ແລ້ວ, ສ.ເກົາຫຼີ ແລະ ອາເມລິກາ ໄດ້ຍິງລູກສອນໄຟຈາກພື້ນດິນສູ່ພື້ນດິນ 8 ລູກ  ເພື່ອແນໃສ່ໂຕ້ຕອບເລື່ອງ ສປປ.ເກົາຫຼີ ທົດລອງຍິງລູກສອນໄຟ 8 ລູກ ກ່ອນໜ້ານັ້ນໜຶ່ງວັນ.

ສປປ.ເກົາຫຼີ ໄດ້ຍິງລູກສອນໄຟໄລຍະສັ້ນຢູ່ແຄມຝັ່ງທະເລທາງທິດຕາເວັນອອກ ພາຍຫຼັງທີ່ ສ.ເກົາຫຼີ ແລະ ອາເມລິກາ ສິ້ນສຸດການຊ້ອມຮົບຮ່ວມໄດ້ 1 ວັນ. ສປປ.ເກົາຫຼີ ເອີ້ນການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ ແມ່ນຫຼັກຖານທີ່ພິສູດໃຫ້ເຫັນວ່າ ອາເມລິກາ ສືບຕໍ່ປະຕິບັດນະໂຍບາຍເປັນປໍລະປັກກັບ ສປປ.ເກົາຫຼີ ທັງທີ່ ອາເມລິກາ ຍັງສືບຕໍ່ເຕື້ອງເຖິງມາດຕະການທາງການທູດ.


top