ຂ່າວສານ

ອາເມລິກາ ສືບຕໍ່່ ເຈລະຈາ ກັບ ສປປ.ເກົາຫຼີ

      ວັນທີ 30 ເມສາທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຢັ້ງຢືນວ່າ ວໍຊິງຕັນ ຍັງຄົງກຽມພ້ອມທີ່ຈະເຂົ້າຮ່ວມບັນດາການເຈລະຈາປອດນິວເຄຼຍ ກັບ ສປປ.ເກົາຫຼີ.

ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ກ່າວຄໍາເຫັນທີ່ທໍານຽບຂາວ (ພາບ: AFP/TTXVN)
      ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງທ່ານຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Choe Son-hui ກ່າວເຕືອນວ່າ  ອາເມລິກາ ຈະຕ້ອງປະເຊີນໜ້າກັບບັນດາຜົນຮ້າຍຢ້ອນຫຼັງທີ່ ບໍ່ເພິ່ງປາດຖະໜາ ຖ້າຫາກວ່າ ຮອດທ້າຍປີນີ້, ວໍຊິງຕັນ ບໍ່ຍົກອອກຫຼັກໝັ້ນໃໝ່ກ່ຽວກັບການເຈລະຈາບັນຫານິວເຄຼຍ.
        ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ສະແດງໃຫ້ເຫັນທ່ານບໍ່ມີຄວາມວິຕົກກັງວົນຕໍ່ຄໍາໂຈມຕີດັ່ງກ່າວ, ພ້ອມທັງຖືວ່າ ມີພຽງວິທີດຽວເທົ່ານັ້ນ ແມ່ນສໍາຜັດກັບຕົວຈິງສໍາລັບບັນຫາປອດນິວເຄຼຍ - ນັ້ນແມ່ນເລີ່ມຈາກການບໍ່ນາບຂູ່ກັນ.
        ກ່ອນໜ້ານັ້ນ, ຕາມສໍານັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ແລ້ວ, ພຽງຢາງ ປາດຖະໜາຢາກໃຫ້ ວໍຊີງຕັນ ບົ່ງຕົວເອົາຜູ້ອື່ນເປັນຫົວໜ້າຄະນະເຈລະຈາກ່ຽວກັບບັນຫາ ປອດນິວເຄຼຍ ແທນໃຫ້ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo. ເພາະສປປ.ເກົາຫຼີ ຖືວ່າ ທ່ານ Mike Pompeo ບໍ່ເຂົ້າໃຈຫຼັກໝັ້ນຂອງ ພຽງຢາງ ແລະ ເຮັດໃຫ້ວິວັດການເຈລະຈາຕົກເຂົ້າສູ່ສະພາບການຈົນຕາແຈ.
 (ແຫຼ່ງຄັດຈາກ VOV)


top