ຂ່າວສານ

ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ-19

ອາເມລິກາ ສືບຮໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 81,82 ລ້ານຄົນ.

ອາເມລິກາ ສືບຮໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 81,82 ລ້ານຄົນ.

    

(ພາບປະກອບ: TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 03 ເມສາ (ຕາມເວລາ UTC) ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 490 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6,17 ລ້ານຄົນ.

ອາເມລິກາ ສືບຮໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 81,82 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 02 ເມສາ ຫາເວລາ 16 ໂມງຂອງວັນທີ 03 ເມສາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 50.730 ຄົນ ຢູ່ 61/63 ແຂວງ, ນະຄອນ, ໃນນັ້ນມີຜູ້ເສຍຊີວິດ 73 ຄົນ.

ໃນສະພາບໂລກລະບາດໂຄວິດ-19 ພວມມີທ່າອຽງຫຼຸດລົງຢູ່ຫຼາຍປະເທດໃນໂລກ, ບັນດາປະເທດສືບຕໍ່ຫຼຸດຜ່ອນມາດຕະການປ້ອງກັນ, ຕ້ານໂລກລະບາດ ແລະ ເອົາໃສ່ໃຈຍູ້ແຮງໂຄງການສັກວັກຊິນ ເພື່ອເພີ່ມທະວີຄວາມສາມາດປົກປ້ອງປະຊາຊົນຕໍ່ໜ້າໂລກລະບາດໂຄວິດ-19 ນີ້.

(ແຫຼ່ງຄັດຈາກ VOV)


top