ຂ່າວສານ

ອາເມລິກາ ສະເໜີວັນເວລາຈັດຕັ້ງການປືກສາຫາລືສາມຝ່າຍກັບ ຍີ່ປຸ່ນ ແລະ ສ.ເກົາຫຼີ

      ວັນທີ 26 ກໍລະກົດ, ເຈົ້າໜ້າທີ່ການທູດຂັ້ນສູງທ່ານໜຶ່ງຂອງ ອາເມລິກາ ໃຫ້ຮູ້ວ່າ ວໍຊິງຕັນ ພ້ອມແລ້ວທີ່ຈະຈັດຕັ້ງການພົບປະຂັ້ນລັດຖະມົນຕີການຕ່າງປະເທດ ສາມຝ່າຍ ກັບ .ເກົາຫຼີ ແລະ ຍີ່ປຸ່ນ ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດເວທີປາໄສພາກພື້ນ ອາຊຽນ (ARF) ໃນອາທິດຈະມາເຖິງຢູ່ນະຄອນຫຼວງ ບາງກອກ, ປະເທດໄທ.

ທ່ານ Hwang Joon-kook ທູດພິເສດ ສ.ເກົາຫຼີ (ຢູ່ກາງ), ທ່ານ Sung Kim ທູດພິເສດ ອາເມລິກາ (ເບື້ອງຂວາມື) ແລະ ທ່ານ Junichi Ihara ຫົວໜ້າກົມອາຊີ - ໂອເຊອານີຂຶ້ນກັບກະຊວງການຕ່າງປະເທດ ຍີ່ປຸ່ນ (ເບື້ອງຊາຍມື) ພາບປະກອບ: (YONHAP/TTXVN)
      ຕາມ ເຈົ້າໜ້າທີ່ທ່ານດັ່ງກ່າວແລ້ວ, ເຫດການທາງການທູດຈະມາເຖິງແມ່ນໂອກາດທີ່ດີເພື່ອໃຫ້ລັດຖະມົນຕີການຕ່າງປະເທດສາມປະເທດໄດ້ປືກສາຫາລືກ່ຽວກັບສະພາບການປັດຈຸບັນ. ພ້ອມທັງໃຫ້ຮູ້ວ່າ ອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ Donald Trump ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບຄວາມເຄັ່ງຕຶງລະຫວ່າງ ສ.ເກົາຫຼີ ແລະ ຍີ່ປຸ່ນ ໃນປັດຈຸບັນ, ແລະ ກໍ່ເຕື້ອງເຖິງຄວາມສາມາດຂອງ ວໍຊິງຕັນກຽມພ້ອມໜູນຊ່ວຍສອງປະເທດພັດທະມິດເພື່ອໃຫ້ມີບັນດາການກະທຳຫຼຸດຜ່ອນຄວາມເຄັ່ງຕຶງໃນໄລຍະຈະມາເຖິງ. ເຈົ້າໜ້າທີ່ທ່ານດັ່ງກ່າວເວົ້າວ່າ “ອາເມລິກາ ພວມຊອກຫາວິທີຊຸກຍູ້ຕາມທິດມີປະສິດທິຜົນເພື່ອຊອກຫາມາດຕະການທີ່ມີຜົນປະໂຫຍດໃຫ້ແກ່ທັງສອງປະເທດ”.
 (ແຫຼ່ງຄັດຈາກ VOV)


top