ຂ່າວສານ

ອາເມລິກາ ສະຫນັບສະຫນູນ ຫວຽດນາມ ປະເທດທີ່ເຂັ້ມແຂງ, ວັດທະນາຖວອນ ແລະ ເອກະລາດ

ຕອນຄ່ຳວັນທີ 1 ກັນຍາ ຕາມເວລາ ຮ່າໂນ້ຍ, ທ່ານ Antony J. Blinken ລັດຖະມົນຕີ ການຕ່າງປະເທດ ອາເມລິກາ ຕາງຫນ້າໃຫ້ລັດຖະບານປະເທດນີ້ ສົ່ງສານອວຍພອນເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມ ເນື່ອງໃນໂອກາດສະເຫລີມສະຫລອງ ວັນຊາດຫວຽດນາມ 2/9.
  ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Blinken. (ພາບ: AP)  

ໃນແຈ້ງການຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ທ່ານລັດຖະມົນຕີ Blinken ໄດ້ຍົກໃຫ້ເຫັນບັນດາຜົນງານຊື່ງ ອາເມລິກາ ແລະ ຫວຽດນາມ ພ້ອມກັນຜ່ານຜ່າທີ່ບັນລຸໄດ້ໃນໄລຍະຜ່ານມາ ໃນການຊຸກຍູ້ບັນດາບຸລິມະສິດລວມ ກ່ຽວກັບຄວາມໝັ້ນຄົງຂອງພາກພື້ນ, ຄວາມວັດທະນາຖາວອນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂສິ່ງທ້າທາຍຕໍ່ສຸຂະພາບທົ່ວໂລກ ແລະ ເພີ່ມທະວີການພົວພັນແລກປ່ຽນລະຫວ່າງ ປະຊາຊົນສອງປະເທດ. ທ່ານ ຢັ້ງຢືນ: ນ້ຳໃຈມິດຕະພາບລະຫວ່າງສອງປະເທດ ແມ່ນອີງໃສ່ການສະຫນັບສະຫນູນຂອງ ອາເມລິກາ ສຳລັບ ປະເທດຫວຽດນາມທີ່ເຂັ້ມແຂງ, ວັດທະນາຖາວອນ ແລະ ເອກະລາດ ກໍ່ຄືໃຫ້ຄຳໝັ້ນສັນຍາຢ່າງຍາວນານຂອງສອງຝ່າຍໃນການແກ້ໄຂບັນດາມໍລະດົກສົງຄາມ ແລະ ບັນຫາມະນຸດສະທຳ.

ທ່ານ Antony J. Blinken ກໍ່ສະແດງຄວາມປາດຖະຫນາຢາກສືບຕໍ່ຮ່ວມມືກັບລັດຖະບານ ແລະ ປະຊາຊົນ ຫວຽດນາມ ເພື່ອນຳມາເຊິ່ງ ວັດທະນາຖາວອນ, ສັນຕິພາບ ແລະ ສະຖຽນລະພາບໃຫ້ທັງສອງປະເທດ ແລະ ພາກພື້ນ ມະຫາສະມຸດອິນເດຍ -ປາຊີຟິກ.


top