ຂ່າວສານ

ອາເມລິກາ, ສ ເກົາຫຼີ ອອກຖະແຫຼງການ ວໍຊິງຕັນ ເພື່ອແນໃສ່ປັບປຸງ ການ “ຂັດຂວາງ ແລະ ແຈ້ງເຕືອນແບບເປິດກ້ວາງ”

ໃນຂະນະນັ້ນ, ສ ເກົາຫຼີ ໃຫ້ຄຳໝັ້ນສັນຍາຈະປະຕິບັດຕາມບັນດາພາລະໜ້າທີ່ຂອງຕົນຕາມສົນທິສັນຍາ...
  ທ່ານປະທານາທິບໍດີ ອາເມລິກາ Joe Biden ມີການໂອ້ລົມເຈລະຈາກັບທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk – yeol (ພາບ:SCMP)  

ວັນທີ 26 ເມສາ, ຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Joe Biden ມີການໂອ້ລົມເຈລະຈາກັບທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk – yeol ທີ່ພວມມີການຢ້ຽມຢາມ ທາງລັດຖະກິດ ອາເມລິກາ . ພາຍຫຼັງການໂອ້ລົມສົນທະນາ, ສອງຝ່າຍໄດ້ອອກຖະແຫຼງການ ວໍຊິງຕັນ ດ້ວຍເນື້ອໃນປັບປຸງການຂັດຂວາງ ແລະ ແຈ້ງເຕືອນແບບເປີດກ້ວາງ ກ່ຽວຂ້ອງເຖິງບັນຫານິວເຄຼຍ ໃນແຫຼມ ເກົາຫຼີ.

ໃນຖະແຫຼງການ ວໍຊິງຕັນ, ການນຳສອງທ່ານໄດ້ຢັ້ງຢືນຄຳໝັ້ນສັນຍາສຳລັບສົນທິສັນຍາປ້ອງກັນຕົວຮ່ວມລະຫວ່າງ ອາເມລິກາ ແລະ ສ ເກົາຫຼີ ກໍ່ຄືສຳລັບສັນຕິພາບ ແລະ ສະຖຽນລະພາບຢູ່ ມະຫາສະໝຸດອິນເດຍ - ປາຊີຟິກ. ອາເມລິກາ ໃຫ້ຄຳໝັ້ນສັນຍາປຶກສາຫາລືກັບ ສ ເກົາຫຼີ ກ່ຽວກັບທຸກໆການເຄື່ອນໄຫວຜັນຂະຫຍາຍອາວຸດນິວເຄຼຍ ໃນແຫຼມ ເກົາຫຼີ. ໃນຂະນະນັ້ນ, ສ ເກົາຫຼີ ໃຫ້ຄຳໝັ້ນສັນຍາຈະປະຕິບັດຕາມບັນດາພາລະໜ້າທີ່ຂອງຕົນຕາມສົນທິສັນຍາ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ. ສອງຝ່າຍໃຫ້ຄຳໝັ້ນສັນຍາຮ່ວມມືກັນຢ່າງແໜ້ນແຟ້ນ ໃນວິວັດການອອກຂໍ້ກຳນົດກ່ຽວກັບການນາບຂູ່ນິວເຄຼຍ. ປະທານາທິບໍດີ ອາເມລິກາ ແລະ ສ ເກົາຫຼີ  ປະກາດເລື່ອງສ້າງຕັ້ງກຸ່ມທີ່ປຶກສານິວເຄຼຍໃໝ່ ເພື່ອແນໃສ່ເພີ່ມທະວີການຂັດຂວາງ ແລະ ການເຕືອນແບບເປີດກ້ວາງ, ປຶກສາຫາລືການກຳນົດຍຸດທະສາດ ແລະ ນິວເຄຼຍ ແລະ ຄຸ້ມຄອງນາບຂູ່ນິວເຄຼຍຈາກ ສປປ ເກົາຫຼີ.


top