ຂ່າວສານ

ອາເມລິກາ, ລັດເຊຍ ປຶກສາຫາລືວິທີການຫລຸດຜ່ອນສະພາບຄວາມເຄັ່ງຕຶງພວມເພີ່ມຂຶ້ນ

ວັນທີ 12 ກໍລະກົດ, ທຳນຽບ 5 ແຈ ໄດ້ແຈ້ງວ່າ: ທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ແລະ ຄູູ່ຕຳແຫນ່ງ ລັດເຊຍ ທ່ານ Andrei Belousov ໄດ້ປະຕິບັດການໂອ້ລົມທາງໂທລະສັບຄັ້ງທີ 2 ໃນຮອບເວລາພຽງ ກ່ວາ 2 ອາທິດ.
  ລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Andrei Belousov ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin. ພາບ:Pravda/TTXVN  

ເມື່ອຕອບຄຳຖາມຕໍ່ນັກຂ່າວ, ທ່ານນາງ Sabrina Singh  ຮອງໂຄສົກທຳນຽບ 5 ແຈ ໃຫ້ຮູ້ວ່າ ການໂອ້ລົມທາງໂທລະສັບດັ່ງກ່າວໂດຍແມ່ນ ລັດເຊຍ ລິເລີ່ມ. ທ່ານນາງ Sabrina Singh ເນັ້ນຫນັກຄວາມສຳຄັນຂອງເລື່ອງຮັກສາສາຍພົວພັນຕິດຕໍ່ເປີດ ໃນການປະທະກັນຢູ່ ຢູແກຼນ.

ສ່ວນທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ ໄດ້ຢັ້ງຢືນວ່າ: ລັດຖະມົນຕີກະຊວງປ້ອງກັນສອງປະເທດ ໄດ້ປຶກສາຫາລື ກ່ຽວກັບ “ບັນຫາສະກັດກັ້ນບັນດາການນາບຂູ່ຄວາມໝັ້ນຄົງ ແລະ ຫລຸດຜ່ອນສະພາບຄວາມເຄັ່ງຕຶງອາດຈະເພີ່ມຂຶ້ນ. ສອງຝ່າຍເຫັນດີ ສືບຕໍ່ປະຕິບັດບັນດາການໂອ້ລົມທາງໂທລະສັບຢ່າງບໍ່ເປັນປະຈຳ, ໂດຍບໍ່ຫົວຊາຕໍ່ຄວາມເຄັ່ງຕຶງທີ່ຮ້າຍແຮງກ່ຽວກັບເຖິງການປະທະກັນ ຢູ່ ຢູແກຼນ. 

top