ຂ່າວສານ

ອາເມລິກາ ຢຸດຕິຊົ່ວຄາວ 44 ຖ້ຽວບິນຂອງບັນດາບໍລິສັດການບິນຈີນ

     ປະຈຸບັນ ຈີນ ຍັງຄົງຮັກສາບັນດາມາດຕະການປົກປັກຮັກສາຊາຍແດນຢ່າງເຄັ່ງຄັດ
ເຮືອບິນຂອງບໍລິສັດການບິນ   American Airlines ຢູ່ສະຫນາມບິນ ສາກົນ Miami, Florida. ພາບ:AFP/TTXVN
      ວັນທີ 21 ມັງກອນ, ອາເມລິກາ ປະກາດ ຢຸດຕິຊົ່ວຄາວ 44 ຖ້ຽວບິນຂົນສົ່ງຜູ້ໂດຍສານຈີນ ເຂົ້າມາປະເທດນີ້ ເພື່ອຄັດຄ້ານບັນດາມາດຕະການຈຳກັດ ຊື່ງປັກກິ່ງ ນຳໃຊ້ສຳລັບບັນດາບໍລິສັດການບິນຂອງອາເມລິກາ ຕາມຂໍ້ກຳນົດປ້ອງກັນຕ້ານໂລກລະບາດໂຄວິດ - 19.
ປະຈຸບັນ ຈີນ ຍັງຄົງຮັກສາບັນດາມາດຕະການປົກປັກຮັກສາຊາຍແດນຢ່າງເຄັ່ງຄັດ, ໃນນັ້ນ ມີເລືື່ອງຕັດບັນດາຖ້ຽວບິນສາກົນເຂົ້າມາປະເທດນີ້ອອກ ຫລື ໃຫ້ຢຸດຕິຊົ່ວຄາວຖ້ຽວບິນທີ່ມີຜູ້ໂດຍສານຫລາຍຄົນຕິດໂຄວິດ.  ເຈົ້າຫນ້າທີ່ບໍລິຫານຂະແຫນງການບິນ ຈີນ ກໍ່ເຄີຍນຳໃຊ້ນະໂຍບາຍດັ່ງກ່າວເພື່ອຍົກເລີກບັນດາຖ້ຽວບິນຂອງບໍລິສັດການບິນບາງແຫ່ງຂອງອາເມລິກາ ຄື: American, Delta ແລະ United Airlines ພາຍຫລັງກວດພົບຜູ້ໂດຍສານໃນຖ້ຽວບິນຕ່າງໆຂອງບໍລິສັດການບິນນັ້ນ ມີຜົນເປັນບວກກັບໄວຣັດ ເຖິງວ່າກ່ອນທີ່ຂຶ້ນເຮືອບິນກວດພົບມີຜົນເປັນລົບ.
(ແຫຼ່ງຄັດຈາກ VOV)


top