ຂ່າວສານ

ອາເມລິກາ ຢຸດຕິການແບ່ງປັນຂໍ້ມູນກ່ຽວກັບບັນດາກຳລັງນິວເຄຼຍຍຸດທະສາດກັບ ລັດເຊຍ

ຂໍ້ຕົກລົງຂອງ ອາເມລິກາ ໄດ້ຍົກອອກມາພາຍຫຼັງທີ່ ລັດເຊຍ ປະຕິເສດການແບ່ງປັນຂໍ້ມູນດ້ານນິວເຄຼຍກັບ ອາເມລິກາ ແລະ ສິ່ງນີ້ແມ່ນຜິດກັບຂໍ້ກຳນົດຂອງສັນຍາຫຼຸດຜ່ອນອາວຸດຍຸດທະສາດໃໝ່ລະຫວ່າງ 2 ປະເທດ.  
  ທ່ານ John Kirby ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດອາເມລິກາ (ພາບ: Reuters)  
ວັນທີ 28 ມີນາ, ທຳນຽບຂາວໄດ້ແຈ້ງໃຫ້ຊາບວ່າ ໄດ້ຢຸດຕິການແບ່ງປັນຂໍ້ມູນ ກ່ຽວກັບບັນດາກຳລັງນິວເຄຼຍຍຸດທະສາດຂອງ ອາເມລິກາ ກັບ ລັດເຊຍ ເພື່ອໂຕ້ຕອບເລື່ອງກ່ອນໜ້ານັ້ນ ລັດເຊຍ ປະຕິເສດການປະຕິບັດຕາມສັນຍາຫຼຸດຜ່ອນອາວຸດຍຸດທະສາດໃໝ່ (New START). ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດອາເມລິກາ, ທ່ານ John Kirby ໃຫ້ຮູ້ວ່າ, ຂໍ້ຕົກລົງຂອງ ອາເມລິກາ ໄດ້ຍົກອອກມາພາຍຫຼັງທີ່ ລັດເຊຍ ປະຕິເສດການແບ່ງປັນຂໍ້ມູນດ້ານນິວເຄຼຍກັບ ອາເມລິກາ ແລະ ສິ່ງນີ້ແມ່ນຜິດກັບຂໍ້ກຳນົດຂອງສັນຍາຫຼຸດຜ່ອນອາວຸດຍຸດທະສາດໃໝ່ລະຫວ່າງ 2 ປະເທດ. ທ່ານກໍ່ໃຫ້ຮູ້ວ່າ, ທຳນຽບຂາວກໍ່ເຫັນສັນຍານໂດຍຊີ້ໃຫ້ເຫັນເລື່ອງ ລັດເຊຍ ພວມຂົນສົ່ງອາວຸດນິວເຄຼຍຍຸດທະສາດໄປຍັງ ເບລາຣຸດ; ພ້ອມທັງຢືນຢັນວ່າ ອາເມລິກາ ບໍ່ປ່ຽນແປງສະພາບການນິວເຄຼຍຍຸດທະສາດຂອງຕົນ.

top