ຂ່າວສານ

ອາເມລິກາ ຢືນຢັນການສະໜັບສະໜູນວິໄສທັດມະຫາສະໝຸດອິນເດຍ - ປາຊີຟິກ ຂອງອາຊຽນ

ບັນດາຝ່າຍໄດ້ພ້ອມກັບປຶກສາກາລືສິ່ງທ້າທາຍຢູ່ພາກພື້ນ ແລະ ສາກົນ ລວມທັງໂລກລະບາດໂຄວິດ-19, ວິກິດການດິນຟ້າອາກາດ.
ທີ່ການພົບປະກັບລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ. (ພາບ: AFP)

ວັນທີ 23 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken ໄດ້ພົບປະກັບລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ ຜ່ານນັ້ນ ຢືນຢັນຄືນໃໝ່ການສະໜັບສະໜູນຂອງອາເມລິກາ ຕໍ່ບົດບາດໃຈກາງຂອງອາຊຽນ ແລະ ວິໄສທັດມະຫາສະໝຸດອິນເດຍ - ປາຊີຟິກ ຂອງອາຊຽນ.

ການພົບປະໄດ້ດຳເນີນຢູ່ນອກສັບປະດາຂັ້ນສູງ ສະມັດຊາໃຫຍ່ສະຫະປະຊາຊາດ ຢູ່ນິວຢອກ. ທີ່ການພົບປະ, ບັນດາຝ່າຍໄດ້ພ້ອມກັບປຶກສາກາລືສິ່ງທ້າທາຍຢູ່ພາກພື້ນ ແລະ ສາກົນ ລວມທັງໂລກລະບາດໂຄວິດ-19, ວິກິດການດິນຟ້າອາກາດ, ຄວາມຕ້ອງການຮີບດ່ວນຢຸດຕິການໃຊ້ຄວາມຮຸນແຮງຢູ່ ມຽນມາ ແລະ ປະຕິບັດຄວາມເຫັນດີເຫັນພ້ອມ 5 ຈຸດຂອງອາຊຽນ ແລະ ຄວາມຈຳເປັນປັບປຸງເຂດມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ.

ທ່ານລັດຖະມົນຕີ Antony Blinken ໄດ້ເນັ້ນໜັກເຖິງບັນດາຄວາມມານະພະຍາຍາມຂອງ ອາເມລິກາ ໃນການນຳໜ້າໂລກຮັບມືກັບໂລກລະບາດໂຄວິດ-19 ແລະ ສ້າງແຜນການແບບຍືນຍົງ ໃຫ້ແກ່ການພັດທະນາດ້ານເສດຖະກິດ ແລະ ບັນດາເປົ້າໝາຍອາກາດ.

ທ່ານລັດຖະມົນຕີ Antony Blinken ກໍ່ຢືນຢັນຄືນໃໝ່ ການສະໜັບສະໜູນຂອງອາເມລິກາ ສຳລັບການພົວພັນຄູ່ຮ່ວມມື ອາເມລິກາ - ແມ່ຂອງ ແລະ ອວຍພອນໃຫ້ ອາຊຽນ ພ້ອມກັບຄະນະກຳມະການແມ່ນ້ຳຂອງ ໄດ້ດຳເນີນການເຈລະຈາທາງອອນລາຍ ກ່ຽວກັບການຄ້ຳປະກັນຄວາມໝັ້ນຄົງແຫຼ່ງນ້ຳທຳອິດຢູ່ພາກພື້ນ.

(ແຫຼ່ງຄັດຈາກ VOV)


top