ຂ່າວສານ

ອາເມລິກາ ຢັ້ງຢືນເລື່ອງຍົກເລີກພາສີຈະແມ່ນສ່ວນໜຶ່ງຂອງຂໍ້ຕົກລົງການຄ້າກັບ ຈີນ

      ວັນທີ 03 ພຶດສະພາ, ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ໃຫ້ຮູ້ວ່າ: ເລື່ອງຍົກເລີກບັນດາມາດຕະການພາສີອາກອນແຂງກະດ້າງຂອງ ອາເມລິກາ ສຳລັບສິນຄ້າຂອງ ຈີນ ຈະແມ່ນສ່ວນໜຶ່ງຂອງທຸກຂໍ້ຕົກລົງການຄ້າສະບັບໃໝ່ລະຫວ່າງ 2 ປະເທດ.
             ທ່ານ Mike Pence ຊີ້ແຈ້ງວ່າ: ທ່ານປະທານາທິບໍດີ ອາເມລິກາ Donald Trump ຍັງມີຄວາມຫວັງຕໍ່ບັນດາຮອບເຈລະຈາດ້ານການຄ້າໃນປັດຈຸບັນ, ເຊິ່ງວົງການເຈົ້າໜ້າທີ່ທັງ 2 ປະເທດໄດ້ຢັ້ງຢືນເປັນຫລາຍຄັ້ງວ່າ ພວມກ້າວເຂົ້າໃກ້ໝາກຜົນແລ້ວ. ທ່ານໃຫ້ຮູ້ວ່າ: ເລື່ອງຍົກເລີກພາສີອາກອນຈະແມ່ນສ່ວນໜຶ່ງຂອງກົນໄກປະຕິບັດ ແລະ ນີ້ກໍ່ແມ່ນເນື້ອໃນການເຈລະຈາລະຫວ່າງ 2 ຝ່າຍ. ຄາດວ່າ ວົງການເຈົ້າໜ້າທີ່ ອາເມລິກາ ແລະ ຈີນ ຈະເຊື່ອມຕໍ່ການເຈລະຈາຢູ່ ວໍຊິງຕັນ ຄືນໃໝ່ໃນວັນທີ 08 ພຶດສະພາ ຈະມາເຖິງ.
        ແລະກໍ່ໃນວັນດຽວກັນ, ທີ່ປຶກສາດ້ານເສດຖະກິດແຖວໜ້າຂອງທຳນຽບຂາວ ທ່ານ Larry Kudlow ຢືນຢັນວ່າ: ອາເມລິກາ ບໍ່ປ່ຽນແປງຫຼັກໝັ້ນໃນບັນດາການເຈລະຈາດ້ານການຄ້າກັບ ຈີນ.
 (ແຫຼ່ງຄັດຈາກ VOV)


top