ຂ່າວສານ

ອາເມລິກາ ປິດປະຕູຊົ່ວຄາວບັນດາອົງການການທູດ ຢູ່ ຕວກກີ

      ກະຊວງ ການຕ່າງປະເທດ ຕວກກີ ໄດ້ຣຽກຕົວທ່ານ David Satterfield ເອກອັກຄະລັດຖະທູດ ອາເມລິກາ ຢູ່ ນະຄອນຫລວງ Ankara ມາເພື່ອຄັດຄ້ານ ແລະ ຢັ້ງຢືນວ່າ ຄຳຖະແຫລງຂອງທ່ານປະທານາທິບໍດີ ອາເມລິກາ ບໍ່ມີຫລັກຖານດ້ານນິຕິກຳ ແລະ ບໍ່ອາດຮັບຮູ້ໄດ້.
ປະຊາຊົນ ຕວກກີ ແຫ່ຂະບວນປະທ້ວງຄັດຄ້ານການໃຊ້ຄວາມຮຸນແຮງໃນຄອບຄົວເມື່ອວັນທີ 5/8/2020 ຢູ່ ຕວກກີ
ພາບ:AFP/TTXVN
      ວັນທີ 24 ເມສາ, ສະຖານທູດ ອາເມລິກາ ປະຈຳ ຕວກກີ ປະກາດວ່າ ບັນດາຄະນະການທູດຂອງ ອາເມລິກາ ປະຈຳ ຕວກກີ ຈະປິດປະຕູ ນັບແຕ່ວັນທີ 26-27 ເມສາ ຍ້ອນມີຄວາມວິຕົກກັງວົນຕໍ່ການແຫ່ຂະບວນປະທ້ວງ ແລະ ການຄັດຄ້ານຢູ່ປະເທດນີ້ ພາຍຫລັງຄຳຖະແຫລງຂອງປະທານາທິບໍດີ ອາເມລິກາ Joe Biden ວ່າ: ບັນດາເຫດເຂັ່ນຂ້າ ຊາວ Armenia ກ່ອນນີ້ ແມ່ນ “ໂທດກຳດັບສູນເຊື້ອຊາດ”
ຕາມນັ້ນແລ້ວ ສະຖານທູດ ອາເມລິກາ ຢູ່ Ankara, ສະຖານກົງສູນ ອາເມລິກາ ຢູ່ Istanbul, Adana  ແລະ ອົງການກົງສູນ ອາເມລິກາ ຢູ່ Izmir ຈະປິດປະຕູສຳລັບບາງບໍລິການກ່ຽວກັບ ວິຊາ ແລະ ພົນລະເມືອງ ອາເມລິກາ ທຳມະດາ ໃນວັນທີ 26, 27 ເມສາ.
         ໃນຂະນະນັ້ນ ວັນທີ 25 ເມສາ, ກະຊວງ ການຕ່າງປະເທດ ຕວກກີ ໄດ້ຣຽກຕົວທ່ານ David Satterfield ເອກອັກຄະລັດຖະທູດ ອາເມລິກາ ຢູ່ ນະຄອນຫລວງ Ankara ມາເພື່ອຄັດຄ້ານ ແລະ ຢັ້ງຢືນວ່າ ຄຳຖະແຫລງຂອງທ່ານປະທານາທິບໍດີ ອາເມລິກາ ບໍ່ມີຫລັກຖານດ້ານນິຕິກຳ ແລະ ບໍ່ອາດຮັບຮູ້ໄດ້.
(ແຫຼ່ງຄັດຈາກ VOV)


top