ຂ່າວສານ

ອາເມລິກາ ປາດຖະໜາຢາກບັນລຸໄດ້ສົນທິສັນຍາຄວບຄຸມອາວຸດນິວເຄຼຍກັບ ລັດເຊຍ ແລະ ຈີນ

      ວັນທີ 17 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໃຫ້ຮູ້ວ່າ: ກອງປະຊຸມເຈລະຈາທຸກຄັ້ງກ່ຽວກັບການຄວບຄຸມອາວຸດນິວເຄຼຍກັບ ລັດເຊຍ ໃນອະນາຄົດ ຄວນມີການເຂົ້າຮ່ວມຂອງ ຈີນ.

ພາບປະກອບ/ AP/VOV)
      ທ່ານ Morgan Ortagus ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ທີ່ການໂອ້ລົມທາງໂທລະສັບລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ກັບຄູ່ຕຳແໜ່ງລັດເຊຍ Sergei Lavrov, 2 ຝ່າຍກໍ່ໄດ້ປຶກສາຫາລືບັນດາບາດກ້າວຕໍ່ໄປຂອງກອງປະຊຸມສົນທະນາຫາລືຄວາມໝັ້ນຄົງຍຸດທະສາດ 2 ຝ່າຍໃນສະພາບການໂລກລະບາດໂຄວິດ-19. ປັດຈຸບັນ, ຈີນ ຊຶ່ງແມ່ນປະເທດມີອາວຸດນິວເຄຼຍປະມານ 300 ຫົວ, ໄດ້ຄັດຄ້ານການເຂົ້າຮ່ວມການເຈລະຈາດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)



top