ຂ່າວສານ

ອາເມລິກາ ປະກາດໜູນຊ່ວຍດ້ານການທະຫານທີ່ມີມູນຄ່າ 350 ລ້ານ USD ໃຫ້ແກ່ ຢູແກຼນ

ທ່ານ Blinken ແລ້ວ, ລະດູໃບໄມ້ຫຼົ່ນປີ 2021, ທ່ານປະນາທິບໍດີ ອາເມລິກາ Joe Biden ໄດ້ຮັບຮອງເອົາການໜູນຊ່ວຍດ້ານການທະຫານທີ່ມີມູນຄ່າ 60 ລ້ານ USD ຢ່າງຮີບດ່ວນໃຫ້ແກ່ ຢູແກຼນ, ຫຼັງຈາກນັ້ນ ແມ່ນໄດ້ເພີ່ມເຕີມ 200 ລ້ານ USD ໃນເດືອນທັນວາ ປີ 2021, ຊື່ງໃນເວລາຍັງບໍ່ທັນເກີດສົງຄາມຄືໃນປັດຈຸບັນ

  ລົດທະຫານ ຢູແກຼນ ໄດ້ຮັບການຜັນຂະຫາຍຢູ່ Kiev ໃນວັນທີ 24 ກຸມພາ 2022

(ພາບ: AFP/TTXVN)  

 ວັນທີ 26 ກຸມພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ປະກາດວ່າ ອາເມລິກາ ຈະສະໜອງບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 350 ລ້ານ USD ເພື່ອເພີ່ມວັດຖຸອຸປະກອນການທະຫານໃຫ້ແກ່ຢູແກຼນ ໃນສະພາບການທີ່ ລັດເຊຍ ໄດ້ດຳເນີນຍຸດທະສາດການທະຫານຢູ່ເຂດ Donbass, ທາງພາກຕາເວັນອອກ ຢູແກຼນ. ເຖິງຢ່າງໃດກໍ່ຕາມ, ທ່ານ Blinken ບໍ່ຍົກອອກບັນດາວັດຖຸອຸປະກອນໜູນຊ່ວຍຢ່າງຈະແຈ້ງ.

ຕາມທ່ານ Blinken ແລ້ວ, ລະດູໃບໄມ້ຫຼົ່ນປີ 2021, ທ່ານປະນາທິບໍດີ ອາເມລິກາ Joe Biden ໄດ້ຮັບຮອງເອົາການໜູນຊ່ວຍດ້ານການທະຫານທີ່ມີມູນຄ່າ 60 ລ້ານ USD ຢ່າງຮີບດ່ວນໃຫ້ແກ່ ຢູແກຼນ, ຫຼັງຈາກນັ້ນ ແມ່ນໄດ້ເພີ່ມເຕີມ 200 ລ້ານ USD ໃນເດືອນທັນວາ ປີ 2021, ຊື່ງໃນເວລາຍັງບໍ່ທັນເກີດສົງຄາມຄືໃນປັດຈຸບັນ. ດັ່ງນັ້ນ, ມູນຄ່າໜູນຊ່ວຍຄວາມໝັ້ນຄົງເຊິ່ງ ອາເມລິກາ ໃຫ້ຄຳໝັ້ນສັນຍາຈະສະໜອງທັງໝົດໃຫ້ແກ່ ຢູແກຼນ ໃນປີຜ່ານມາ ແມ່ນຫຼາຍກ່ວາ 1 ຕື້ USD



top