ຂ່າວສານ ອາເມລິກາ ບໍ່ຟ້າວຕັດສິນໃຈບໍ່ວ່າຂໍ້ຕົກລົງໃດໆກັບສປປ.ເກົາຫຼີ 23/09/2018 ວັນທີ 21 ກັນຍາ, ໃນບົດກ່າວປາໄສໃນການຂົນຂວາຍຫາສຽງເລືອກຕັ້ງຢູ່ລັດ Misouri, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ເນັ້ນໜັກວ່າ ການພົວພັນ “ອັນດີງາມທີ່ສຸດ” ກັບການນຳສປປ.ເກົາຫຼີ Kim Jong un, ແຕ່ກໍໃຫ້ຮູ້ວ່າ, ທ່ານຈະບໍ່ຟ້າວລົງນາມໃນບໍ່ວ່າຂໍ້ຕົກລົງໃດໆກັບສປປ.ເກົາຫຼີ. ກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ສະແດງຄວາມຫວັງວ່າ, ການພົບປະສຸດຍອດຄັ້ງທີ 2 ລະຫວ່າງທ່ານປະທານາທິບໍດີອາເມລິກາ D.Trump ແລະ ການນຳສປປ.ເກົາຫຼີ Kim Jong un ຈະ “ດຳເນີນໄປໂດຍໄວ” ແລະ ຫວັງວ່າ, ທ່ານຈະມີໂອກາດໄປພຽງຢາງ ເພື່ອສືບຕໍ່ບັນດາການເຈລະຈາ 2 ຝ່າຍ. ທັງ ວໍຊິງຕັນ ແລະ ພຽງຢາງ ກໍ່ລ້ວນແຕ່ເຜີຍແຜ່ຂໍ້ມູນຂ່າວກ່ຽວກັບຄວາມສາມາດດຳເນີນການພົບປະສຸດຍອດ 2 ຝ່າຍຄັ້ງທີ 2 ເພື່ອຊຸກຍູ້ການເຈລະຈາແນໃສ່ຍົກເລີກໂຄງການນິວເຄຼຍ ແລະ ລູກສອນໄຟຂອງສປປ.ເກົາຫຼີ. ໃນເຫດການທີ່ກ່ຽວຂ້ອງ, ວັນທີ 21 ກັນຍາ, ລັດເຊຍ ແລະ ອາເມລິກາ ກໍ່ເຫັນດີສືບຕໍ່ເຈລະຈາກ່ຽວກັບສະພາບການໃນແຫຼມເກົາຫຼີ, ລວມທັງບັນຫານິວເຄຼຍ. (ແຫຼ່ງຄັດຈາກ VOV)

ວັນທີ 21 ກັນຍາ, ໃນບົດກ່າວປາໄສໃນການຂົນຂວາຍຫາສຽງເລືອກຕັ້ງຢູ່ລັດ Misouri, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ເນັ້ນໜັກວ່າ ການພົວພັນ “ອັນດີງາມທີ່ສຸດ” ກັບການນຳສປປ.ເກົາຫຼີ Kim Jong un, ແຕ່ກໍໃຫ້ຮູ້ວ່າ, ທ່ານຈະບໍ່ຟ້າວລົງນາມໃນບໍ່ວ່າຂໍ້ຕົກລົງໃດໆກັບສປປ.ເກົາຫຼີ. ກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ສະແດງຄວາມຫວັງວ່າ, ການພົບປະສຸດຍອດຄັ້ງທີ 2 ລະຫວ່າງທ່ານປະທານາທິບໍດີອາເມລິກາ D.Trump ແລະ ການນຳສປປ.ເກົາຫຼີ Kim Jong un ຈະ “ດຳເນີນໄປໂດຍໄວ” ແລະ ຫວັງວ່າ, ທ່ານຈະມີໂອກາດໄປພຽງຢາງ ເພື່ອສືບຕໍ່ບັນດາການເຈລະຈາ 2 ຝ່າຍ. ທັງ ວໍຊິງຕັນ ແລະ ພຽງຢາງ ກໍ່ລ້ວນແຕ່ເຜີຍແຜ່ຂໍ້ມູນຂ່າວກ່ຽວກັບຄວາມສາມາດດຳເນີນການພົບປະສຸດຍອດ 2 ຝ່າຍຄັ້ງທີ 2 ເພື່ອຊຸກຍູ້ການເຈລະຈາແນໃສ່ຍົກເລີກໂຄງການນິວເຄຼຍ ແລະ ລູກສອນໄຟຂອງສປປ.ເກົາຫຼີ. ໃນເຫດການທີ່ກ່ຽວຂ້ອງ, ວັນທີ 21 ກັນຍາ, ລັດເຊຍ ແລະ ອາເມລິກາ ກໍ່ເຫັນດີສືບຕໍ່ເຈລະຈາກ່ຽວກັບສະພາບການໃນແຫຼມເກົາຫຼີ, ລວມທັງບັນຫານິວເຄຼຍ. (ແຫຼ່ງຄັດຈາກ VOV)