ຂ່າວສານ

ອາເມລິກາ ຍົກເລີກການຈັດວາງພາສີຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນ ກຸ້ງ ຂອງກຸ່ມບໍລິສັດ ມິນຝູ

      CBP ໄດ້ຍົກເລີກຂໍ້ຕົກລົງທີ່ໄດ້ປະກາດໃຊ້ໃນວັນທີ 13 ຕຸລາ ປີ 2020 ກ່ຽວກັບການຈັດວາງພາສີຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນ ກຸ້ງ ອິນເດຍ ຕໍ່ກັບກຸ່ມບໍລິສັດ ມິນຝູ ທີ່ສົ່ງອອກໄປຍັງ ອາເມລິກາ.
ລະບົບປຸງແຕ່ງຜະລິດຕະພັນກຸ້ງ ຂອງກຸ່ມບໍລິສັດສິນໃນນ້ຳ ມິນຝູ (ພາບ: TTXVN)
      ວັນທີ 17 ກຸມພາ, ກຸ່ມບໍລິສັດສິນໃນນ້ຳ ມິນຝູ ໃຫ້ຮູ້ວ່າ ເຂົາເຈົ້າຫາກໍໄດ້ຮັບຂໍ້ຕົກລົງແກ້ໄຂໃບຮ້ອງຟ້ອງ ຈາກ ອົງການພາສີ ອາເມລິກາ (CBP) ທີ່ກ່ຽວຂ້ອງເຖິງການຈັດວາງພາສີຕ້ານການຂາຍບຸບລາຄາຜະລິດຕະພັນກຸ້ງ. ຕາມນັ້ນແລ້ວ, CBP ໄດ້ຍົກເລີກຂໍ້ຕົກລົງທີ່ໄດ້ປະກາດໃຊ້ໃນວັນທີ 13 ຕຸລາ ປີ 2020 ກ່ຽວກັບການຈັດວາງພາສີຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນ ກຸ້ງ ອິນເດຍ ຕໍ່ກັບກຸ່ມບໍລິສັດ ມິນຝູ ທີ່ສົ່ງອອກໄປຍັງ ອາເມລິກາ.
        ທ່ານ ເລວັນກວາງ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດສິນໃນນ້ຳ ມິນຝູ ໃຫ້ຮູ້ວ່າ ຂໍ້ຕົກລົງສະບັບຫຼ້າສຸດ ຂອງ CBP ຈະອະນຸຍາດໃຫ້ ກຸ່ມບໍລິສັດ ມິນຝູ ສືບຕໍ່ສົ່ງອອກຜະລິດຕະພັນ ກຸ້ງແຊເຢັນ ໄປຍັງ ອາເມລິກາ ໂດຍບໍ່ຕ້ອງເສຍພາສີຕ້ານການຂາຍບຸບລາຄາເພີ່ມເຕີມ. ພ້ອມກັນນັ້ນ,  ກຸ່ມບໍລິສັດ ມິນຝູ ຍັງໄດ້ຮັບບ້ວງເງິນເສຍພາສີຕ້ານການຂາຍບຸບລາຄາ ທີ່ຈ່າຍໄປກ່ອນນັ້ນອີກດ້ວຍ.
(ແຫຼ່ງຄັດຈາກ VOV)


top