ຂ່າວສານ

ອາເມລິກາ ຍາດຊະນະການຮ້ອງຟ້ອງຢູ່ WTO ທີ່ກ່ຽວຂ້ອງເຖິງ ຈີນ ຈັດວາງໂຄຕາພາສີສຳລັບເຂົ້າ, ເຂົ້າບະເລ ແລະ ສາລີ

      ອາເມລິກາ ຍາດໄດ້ໄຊຊະນະໃນການຮ້ອງຟ້ອງ ຈີນ ຕໍ່ ອົງການການຄ້າໂລກ (WTO) ທີ່ກ່ຽວຂ້ອງເຖິງເລື່ອງ ປັກກີງ ຈັດວາງໂຄຕາພາສີ ສຳລັບເຂົ້າ, ເຂົ້າບະເລ ແລະ ສາລີ 

ທົ່ງນາຂອງອາເມລິກາ (ພາບ: Grains)
      ພາຍຫຼັງ ວັນທີ 18 ເມສາ, WTO ໄດ້ຕັດສິນຄະດີຕ້ານຄືນການກະທຳດັ່ງກ່າວຂອງຈີນ. ດັ່ງນັ້ນ, ນີ້ເປັນໄຊຊະນະຄັ້ງທີ 2 ຢ່າງຕໍ່ເນື່ອງຂອງລັດຖະບານ ອາເມລິກາ ໃນບັນດາການຮ້ອງຟ້ອງດ້ານການຄ້າກັບຈີນໃນຊຸມເດື່ອນມໍ່ໆມານີ້, ໃນທ່າມກາງທີ່ບັນດານັກເຈລະຈາ ອາເມລິກາ ແລະ ຈີນ ຫາກໍ່ສິ້ນສຸດການເຈລະຈາຮອບຫຼ້າສຸດໂດຍໄດ້ດຳເນີນເປັນເວລາ 3 ວັນ ຢູ່ ວໍຊິງຕັນ, ແຕ່ວ່າບໍ່ບັນລຸໄດ້ຂໍ້ຕົກລົງທີ່ລະອຽດ.
 (ແຫຼ່ງຄັດຈາກ VOV)


top