ຂ່າວສານ

ອາເມລິກາ ຊ່ວຍເຫຼືອ ຫວຽດນາມ 9,5 ລ້ານ USD ເພື່ອຄວບຄຸມໂລກລະບາດໂຄວິດ-19

      ວັນທີ 02 ພຶດສະພາ, ທ່ານ Daniel J. Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:
             ລັດຖະບານ ອາເມລິກາ, ໂດຍຜ່ານອົງການພັດທະນາສາກົນ ອາເມລິກາ (USAID) ຈະໜູນຊ່ວຍ ຫວຽດນາມ ຈຳນວນເງິນ 5 ລ້ານ USD ຕື່ມອີກ  ແນໃສ່ຫລຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ພື້ນຖານເສດຖະກິດ ຫວຽດນາມ. ບ້ວງເງິນໜູນຊ່ວຍດັ່ງກ່າວ ຈະໄດ້ນຳໃຊ້ໃນທັນທີ ເພື່ອສະໜອງບັນດາແຫຼ່ງກຳລັງຈຳເປັນ.

(ພາບປະກອບ)
              ແລະກໍ່ໃນເດືອນ ເມສາ ຜ່ານມາ, USAID ໄດ້ໜູນຊ່ວຍ ຫວຽດນາມ ເກືອບ 4,5 ລ້ານ USD ເພື່ອຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການບຸລິມະສິດໃນການຮັບມືກັບໂລກລະບາດໂຄວິດ-19. ບ້ວງເງິນຊ່ວຍເຫຼືອດັ່ງກ່າວ ໄດ້ນຳໃຊ້ໃຫ້ແກ່ການໜູນຊ່ວຍເຕັກນິກ ເພື່ອກຽມຄວາມພ້ອມ ແລະ ຮັບມືກັບໂລກລະບາດດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)


top