ຂ່າວສານ

ອາເມລິກາ, ຈີນບັນລຸໄດ້ຂໍ້ຕົກລົງໄລຍະ 1, ໂຈະການຈັດວາງອັດຕາພາສີອາກອນໃໝ່

      ອາເມລິກາ ແລະ ຈີນໄດ້ປະກາດວ່າ ບັນລຸໄດ້ຂໍ້ຕົກລົງສ່ວນໜຶ່ງ, ຫຼືຍັງໄດ້ເອີ້ນວ່າ ຂໍ້ຕົກລົງໄລຍະ 1, ຊື່ງຊ່ວຍຫຼີກລ້ຽງການຈັດວາງອັດຕາພາສີອາການໃໝ່ຂອງ ອາເມລິກາ ຕໍ່ສິນຄ້າສົ່ງອອກຂອງ ຈີນເຂົ້າອາເມລິກາໃນວັນທີ 15 ທັນວາ.

ພາບປະກອບ (TTXVN) 
      ໃນສື່ສັງຄົມອອນໄລ Twitter, ຕອນຄ່ຳວັນທີ 12 ທັນວາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາໃຫ້ຮູ້ວ່າ ອາເມລິກາ ແລະ ຈີນ ບັນລຸໄດ້ຂໍ້ຕົກລົງໄລຍະ 1 ທີ່ກ້ວາງໃຫຍ່ ແລະ ຈີນ ເຫັນດີຈະປ່ຽນແປງຫຼາຍຢ່າງກ່ຽວກັບ ໂຄງປະກອບ, ພ້ອມທັງຊື້ຜະລິດຕະພັນກະເສດຈຳນວນຫຼາຍ, ສິນຄ້າປະເພດອຸດສາຫະກຳ ແລະ ພະລັງງານ ກໍ່ຄື ສິນຄ້າປະເພດຕ່າງໆ”, ພ້ອມທັງຢັ້ງຢືນວ່າ ຈະບໍ່ຈັດວານອັດຕາພາສີສຳລັບ ສິນຄ້າຂອງ ຈີນທີີ່ມີມູນຄ່າ 160 ຕື້ USD.
            ກ່ຽວກັບຖະແຫຼງການຂອງການເຈລະຈາຮອບຕໍ່ໄປລະຫວ່າງສອງຝ່າຍຂອງປະທານາທິບໍດີອາເມລິກາ Donald Trump, ທ່ານ ຮອງລັດຖະມົນຕີກະຊວງການເງິນ ຈີນໃຫ້ຮູ້ວ່າ ການເຈລະຈາໄລຍະທີ 2 ຈະອີງໃສ່ສະພາບການຂອງ ການປະຕິບັດຂໍ້ຕົກລົງໄລຍະ 1.
 (ແຫຼ່ງຄັດຈາກ VOV)


top