ຂ່າວສານ

ອາເມລິກາ - ຈີນ ໃນສົງຄາມດ້ານການຄ້າ

      ໃນເວລາ 3 ມື້ຜ່ານມາ, ຄວາມເຄັ່ງຕຶງໃນການພົວພັນດ້ານການຄ້າ ລະຫວ່າງ ຈີນ ແລະ ອາເມລິກາ ພັດກາຍເປັນຫົວເລື່ອງທີ່ຮ້ອນເຮັ່ງໂດຍໄດ້ຮັບຄວາມສົນໃຈຈາກຫາງສຽງສາກົນ ເມື່ອ ສອງຝ່າຍມີການກະທຳໂຕ້ຕອບເຊິ່ງກັນ ແລະກັນຢ່າງລຽນຕິດທີ່ກ່ຽວຂ້ອງເຖິງນະໂຍບາຍພາສີ. ບັນດາການກະທຳນີ້ ແນ່ນອນວ່າຈະສົ່ງຜົນສະທ້ອນເຖິງວົງເງິນການຄ້າ 2 ສົ້ນ, ຊ້ຳບໍ່ໜຳຍັງສົ່ງຜົນກະທົບເຖິງຕະຫລາດທົ່ວໂລກ, ແຕ່ ສອງພື້ນຖານເສດຖະກິດໃຫຍ່ສຸດໃນໂລກນີ້ ອາດຈະບໍ່ຍູ້ເລື່ອງນີ້ຕົກເຂົ້າສູ່ສະພາບສັບສົນເກີນໄປ.

(ພາບປະກອບ:Reuters) 
      ກ່ອນວັນໝົດເວລາກຳນົດຄືວັນທີ 6 ເມສາ, ຫ້ອງການຜູ້ຕາງຫນ້າການຄ້າ ອາເມລິກາ ຕ້ອງປະກາດບັນຊີລາຍຊື່ບັນດາຜະລິດຕະພັນຂອງຈີນ ລວມມູນຄ່າ 60 ຕື້ USD ຖືກຈັດວາງອັດຕາພາສີເພີ່ມເຕີມ ຕາມຂໍ້ຕົກລົງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ຈີນ ຖະແຫລງຂຶ້ນອັດຕາສ່ວນພາສີຂຶ້ນ 15% - 25% (ລວມມູນຄ່າປະມານ 3 ຕື້ USD) ເພື່ອເລັ່ງໃສ່ 130 ຜະລິດຕະພັນຂອງອາເມລິກາ. ຕໍ່ຈາກນັ້ນ ວັນທີ 4 ເມສາ, ຈີນ ປະກາດເພີ່ມບັນຊີລາຍຊື່ບັນດາຜະລິດຕະພັນນຳເຂົ້າຈາກ ອາເມລິກາຕື່ມອີກ ດ້ວຍຍອດມູນຄ່າປະມານ 50 ຕື້ USD ຈະຖືກເສຍພາສີຢູ່ໃນລະດັບສູງກວ່າ ໃນນັ້ນ ມີຖົ່ວເຫລືອງ, ລົດໂອໂຕ, ຢາສູບ, ບັນດາຜະລິດຕະພັນປຸງແຕ່ງຈາກສາລີ ແລະ ຝ້າຍ, ໄຫມ.
  ໃນຂະນະນັ້ນ ວັນທີ 3 ເມສາ, ຫ້ອງການຜູ້ຕາງຫນ້າການຄ້າ ອາເມລິກາ (USTR) ໄດ້ປະກາດບັນຊີລາຍຊື່ 1300 ຜະລິດຕະພັນຂອງຈີນ ຖືກຈັດວາງອັດຕາພາສີເພີ່ມເຕີມຢ່າງວ່ອງໄວ.
ທຸກສິ່ງທຸກຢ່າງແມ່ນເລີ່ມມາຈາກເລື່ອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ອີງໃສ່ລະດັບພາສີນຳເຂົ້າເກີນດຸ່ນປະມານ 375 ຕື້ USD ໃນປີຜ່ານມາຂອງ ອາເມລິກາ ກັບຄູ່ຄ້າຈີນ ໄດ້ເກັບພາສີຕໍ່ປະເພດສິນຄ້າອາລູມີນຽມ ແລະ ເຫລັກກ້າຂອງຈີນ. ຕໍ່ມາ ທຳນຽບຂາວ ອະນຸຍາດໃຫ້ຈັດວາງອັດຕາພາສີຕໍ່ບັນດາປະເພດສິນຄ້ານຳເຂົ້າຈາກຈີນ ລວມມູນຄ່າ 60 ຕື້ USD ແລະ ຮຽກຮ້ອງຈີນ ຫລຸດຜ່ອນ 100 ຕື້ USD ຕໍ່ການຂາດດຸ່ນການຄ້າກັບ ອາເມລິກາ.
ການໂຕ້ຕອບເໝາະສົມ
ບາດກ້າວເດີນຂອງ ຈີນ ໃນຊຸມມື້ຜ່ານມາ ເປັນຂີດໝາຍແຫ່ງການໂຕ້ຕອບທຳອິດຂອງປະເທດຫນຶ່ງ ນັບແຕ່ເມື່ອທ່ານ Donald Trump ຖະແຫລງຈັດວາງອັດຕາພາສີເລັ່ງໃສ່ຫລາຍປະເທດໃນຕົ້ນເດືອນມີນາ. ຖ້າຫາກຂໍ້ຕົກລົງຈັດວາງອັດຕາພາສີ 3 ຕື້ USD ເມື່ອວັນທີ 2 ເມສາ ຂອງຈີນ ເລັ່ງໃສ່ສິນຄ້າ ອາເມລິກາ ໄດ້ຮັບຖືວ່າ ແມ່ນການກະທຳໂຕ້ຕອບບໍ່ແຮງປານໃດ  ແລະ ຂໍ້ຕົກລົງສອງມື້ຕໍ່ມາດ້ວຍການຈັດວາງອັດຕາພາສີ 50 ຕື້ USD ໄດ້ສະແດງໃຫ້ເຫັນຄວາມສົມຄູ່ກັບ 60 ຕື້ USD ຊື່ງ ອາເມລິກາ ຈັດວາງຕໍ່ຈີນ. ເວົ້າແນວອື່ນ ຈີນໄດ້ໂຕ້ຕອບຢ່າງແຮງການອາລັກຂາດ້ານການຄ້າຂອງຄູ່ຮ່ວມມື ອາເມລິກາ. 3 ຕື້ USD ພຽງເທົ່າທຽມ 2% ຍອດວົງເງິນສົ່ງອອກຂອງ ອາເມລິກາ ໄປຍັງຈີນ ແຕ່ 50 ຕື້ USD ແມ່ນບັນຫາຕ່າງຫາກ ມັນກວມເອົາກວ່າ 33%D
  ນອກນັ້ນ ອາດຈະເຫັນໄດ້ວ່າ ໃນຈຳນວນບັນດາປະເພດສິນຄ້າຂອງ ອາເມລິກາ ຖືກຈີນ ຈັດວາງອັດຕາພາສີ ໄດ້ເລີ່ມປະກົດອອກບັນດາປະເພດສິນຄ້າທີ່ມີຄວາມຈຳເປັນຕໍ່ຊີວິດການເປັນຢູ່ປະຈຳວັນຂອງພົນລະເມືອງຈີນ 1,5 ຕື້ຄົນ ຄື:ຖົ່ວເຫລືອງ, ລົດໂອໂຕ. ໃນຂະນະນັ້ນ ຖົ່ວເຫລືອງ ແມ່ນປະເພດສິນຄ້າສົ່ງອອກຕົ້ນຕໍ່ຂອງອາເມລິກາ ໄປຍັງຕະຫລາດຈີນ ດ້ວຍມູນຄ່າສົ່ງອອກບັນລຸ 14 ຕື້USD ໃນປີກາຍນີ້. ເລື່ອງຈັດວາງອັດຕາພາສີນີ້ ອາດຈະສົ່ງຜົນສະທ້ອນຢ່າງແຮງເຖິງຊາວກະສິກອນ ອາເມລິກາ, ໃນນັ້ນ ມີພາກສ່ວນຫນຶ່ງບໍ່ແມ່ນຫນ້ອຍ ນັ້ນແມ່ນຜູ້ມີສິດເລືອກຕັ້ງໄດ້ປ່ອນບັດໃຫ້ທ່ານ Donald Trump ໃນການຫາສຽງເລືອກຕັ້ງປະທານາທິບໍດີ ໃນປີ 2016.
ບັນດາບາດກ້າວເດີນ ຊື່ງຈີນ ຈະເດັດດ່ຽວໂຕ້ຕອບດ້ວຍຂອບຂະຫນາດ, ຈຳນວນເງິນ ແລະ ລະດັບເໝາະສົມ.
ອະນາຄົດແມ່ນການເຈລະຈາແທນທີ່ໃຫ້ການໂຕ້ຕອບ
   ນັບແຕ່ເມື່ອທ່ານ Donal Trump ເປັນຜູ້ລິເລີ່ມກໍ່ຄວາມເຄັ່ງຕຶງທາງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ, ຫຼາຍຄົນກໍຄາດເດົາວ່າ ອາດຈະເກີດສົງຄາມທາງດ້ານການຄ້າ, ນັ້ນແມ່ນການເພີ່ມບັນດາມາດຕະການຈັດວາງອັດຕາພາສີຕາມແບບ “ຕາຕໍ່ຕາ".
 ເຖິງຢ່າງໃດກໍຕາມ ຈະບໍ່ມີຝ່າຍໃດສາມາດຍາດໄດ້ໄຊຊະໃນສົງຄາມທາງດ້ານການຄ້ານີ້. ເລື່ອງອາເມລິກາຈັດວາງອັດຕາພາສີເພີ່ມເຕີ່ມ ເພື່ອລົງໂທດນະໂຍບາຍຊັບສິນພູມປັນຍາຂອງຈີນ ຈະເຮັດໃຫ້ປະຊາຊົນອາເມລິກາຖືກຮັບຜົນເສຍຫາຍກ່ອນໝູ່. ເກືອບເຄິ່ງໜຶ່ງໃນຈຳນວນເງິນ 505 ຕື້ USD ສິນຄ້າທີ່ອາເມລິການໍາເຂົ້າຈາກຈີນ ປີ 2017 ແມ່ນຜະລິດຕະພັນບໍລິໂພກອຸປະໂພກ. ການຈັດວາງອັດຕາພາສີເພິີ່ມເຕີມສຳລັບບັນດາປະເພດສິນຄ້າດັ່ງກ່າວ ຈະມີຜົນກະທົບບໍ່ໜ້ອຍເຖິງຄ່າໃຊ້ຈ່າຍຂອງປະຊາຊົນອາເມລິການັບລ້ານໆຄົນ. ໃນສະພາບການນັ້ນ, ອັດຕາພາສີທີ່ຈັດວາງຕໍ່ບັນດາປະເພດສິນຄ້າຕົ້ນຕໍທີ່ອາເມລິການນຳເຂົ້າຈາກຈີນຄື ຄອມພີວເຕີ, ເຄື່ອງຈັກ, ອຸປະກອນອຸດສາຫະກຳ ກໍຈະເຮັດໃຫ້ບັນດາບໍລິສັດຂອງອາເມລິກາຖືກຜົນສະທ້ອນຢ່າງໜັກໜ່ວງ, ການຂຶ້ນລາຄາສິນຄ້າ ແລະ ຫຼຸດຜ່ອນການແກ້ງແຍ້ງໃນຕະຫຼາດສາກົນ. ກຳມະກອນອາເມລິການັບແສນຄົນອາດຈະບໍ່ມີວຽກເຮັດງານທຳ.
        ສຳລັບຝ່າຍຈີນແລ້ວ, ເຖິງວ່າ ປັກກິງມີກໍາລັງຄວາມສາມາດພຽງພໍເພື່ອໂຕ້ຕອບຄືນເລັ່ງໃສ່ບັນດາຂົງເຂດເຕັກໂນໂລຊີປາຍແຫຼມຂອງອາເມລິກາ ກໍຕາມ, ແຕ່ທຸກສິ່ງທຸກຢ່າງບໍ່ແມ່ນງ່າຍດາຍ. ມີຜະລິດຕະພັນເຕັກໂນໂລຊີຂອງອາເມລິກາຫຼາຍຢ່າງໄດ້ຕິດຕັ້ງຢູ່ຈີນ. ດັ່ງນັ້ນ, ການຈັດວາງອັດຕາພາສີສຳລັບບັນດາຜະລິດຕະພັນເຫຼົ່ານັ້ນ ກໍຈະສົ່ງຜົນສະທ້ອນໂດຍກົງເຖິງຄົນງານຈີນ.
 (ແຫຼ່ງຄັດຈາກ VOV)



top