ຂ່າວສານ

ອາເມລິກາ-ຈີນ ອາດຈະເຊັນຂໍ້ຕົກລົງການຄ້າ “ໄລຍະ 2” ພາຍຫຼັງການເລືອກຕັ້ງ

      ໝາກຜົນຂອງການເຈລະຈານັ້ນຈະຕ້ອງໄດ້ລໍຖ້າໄປຮອດພາຍຫຼັງການເລືອກຕັ້ງປະທານາທິບໍດີ ເຊິ່ງຈະດຳນີນໃນປີນີ້.

ທ່ານປະທານາທິບໍດີອາເມລິກາ Donald Trump
(ພາບ: AP)
      ວັນທີ 09 ມັງກອນ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາການເຈລະຈາກ່ຽວກັບ “ໄລຍະ 2” ຂອງຂໍ້ຕົກລົງດ້ານການຄ້າລະຫວ່າງອາເມລິກາ - ຈີນ ເຊິ່ງຈະດຳເນີນຢ່າງວ່ອງໄວ, ແຕ່ວ່າ ໝາກຜົນຂອງການເຈລະຈານັ້ນຈະຕ້ອງໄດ້ລໍຖ້າໄປຮອດພາຍຫຼັງການເລືອກຕັ້ງປະທານາທິບໍດີ ເຊິ່ງຈະດຳນີນໃນປີນີ້. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Donald Trump ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າຈະເລີ່ມຈັດການເຈລະຈາ “ໄລຍະ 2” ໂດຍໄວ. ຕ້ອງຈະເສຍເວລາໜ້ອຍໜຶ່ງ”.
          ແລະກໍ່ໃນວັນດຽວກັນ, ຈີນ ໄດ້ຢັ້ງຢືນວ່າ, ທ່ານຮອງນາຍົກລັດຖະມົນຕີຈີນ ຫຼຽວເຄືອ ຈະໄປວໍຊິງຕັນ ໃນອາທິດຈະມາເຖິງເພື່ອລົງນາມໃນຂໍ້ຕົກລົງ “ໄລຍະ 1” ກັບອາເມລິກາ, ເຊິ່ງແມ່ນບາດກ້າວເພື່ອຫຼຸດຜ່ອນຄວາມເຄັ່ງຕຶງໃນສົງຄາມການຄ້າ ທີ່ກໍ່ຄວາມເສຍຫາຍໃຫ້ທັງ 2 ປະເທດ.
 (ແຫຼ່ງຄັດຈາກ VOV)


top