ຂ່າວສານ

ອາເມລິກາ, ຈີນ ສືບຕໍ່ຮອບເຈລະຈາດ້ານການຄ້າ ຄັ້ງທີ 7

      ບັນດາການເຈລະຈາຮອບໃໝ່ລະຫວ່າງ ອາເມລິກາ -ຈີນ ເພື່ອແນໃສ່ບັນລຸໄດ້ບັນດາການປ່ຽນແປງໂຄງປະກອບທີ່ຈໍາເປັນຢູ່ ຈີນ” 

ການເຈລະຈາດ້ານການຄ້າ ຄັ້ງທີ 7 ລະຫວ່າງ ອາເມລິກາ - ຈີນ (ພາບ: TTXVN)
      ວັນທີ 21 ກຸມພາ, ບັນດາເຈົ້າໜ້າທີ່ການຄ້າແຖວໜ້າຂອງ ອາເມລິກາ ແລະ ຈີນ ໄດ້ກັບຄືນສູ່ການເຈລະຈາຮອບໃໝ່ ຢູ່ນະຄອນຫຼວງ ວໍຊິງຕັນ ເຊິ່ງເປັນຈຸດເວລາທີ່ສອງຝ່າຍພວມມານະພະຍາຍາມຜ່ານຜ່າບັນດາຄວາມບໍ່ລົງລອຍກັນລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ. ໃນສະພາບການທີ່ ຍັງເຫຼືອພຽງ 8 ວັນເທົ່ານັ້ນ ກໍຈະຮອດກໍານົດເວລາ “ຢຸດຕິສົງຄາມ” ເພື່ອແນໃສ່ຫຼີກລ້ຽງບໍ່່ໃຫ້ຄວາງເຄັ່່ງຕຶງເພີ່ມຂຶ້ນໃນສົງຄາມການຄ້າລະຫວ່າງສອງປະເທດ, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ Robert Lighthizer ໄດ້ນໍາໜ້າຄະນະປະຕິບັດງານ ອາເມລິກາ ດໍາເນີນການເຈລະຈາກັບ ຝ່່າຍປັກກິ່ງ, ເຊິ່ງລວມມີທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ພ້ອມດ້ວຍບັນດາເຈົ້າໜ້າທີ່ທາງການຄ້າອື່ນໆ. ກະຊວງການຄ້າ ຈີນ ຖືວ່າ ສອງຝ່າຍຈະເພີ່ມທະວີການພົວພັນແລກປ່ຽນຄະນະຜູ້ແທນໃຫ້ດີກວ່າອີກ.
        ກ່ອນໜ້ານັ້ນ, ໃນຖະແຫຼງການໜຶ່ງ, ທໍານຽບຂາວກໍໄດ້ຊີ້ແຈ້ງວ່າ ບັນດາການເຈລະຈາຮອບໃໝ່ລະຫວ່າງ ອາເມລິກາ -ຈີນ ເພື່ອແນໃສ່ບັນລຸໄດ້ບັນດາການປ່ຽນແປງໂຄງປະກອບທີ່ຈໍາເປັນຢູ່ ຈີນ” ອັນໄດ້ສົ່ງຜົນກະທົບເຖິງການພົວພັນລະຫວ່າງສອງປະເທດ. ສອງຝ່າຍ ກໍຈະປຶກສາຫາລືກ່ຽວກັບຄໍາໝັ້ນສັນຍາຂອງ ຈີນ ໃນເລື່ອງ ຊື້ສິນຄ້າດ້ວຍປະລິມານຫຼາຍ ແລະ ນໍາໃຊ້ການບໍລິການຂອງ ອາເມລິກາ. 
 (ແຫຼ່ງຄັດຈາກ VOV)


top