ຂ່າວສານ

ອາເມລິກາ - ຈີນ ສືບຕໍ່ກໍ່ຄວາມເຄັ່ງຕຶງກ່ຽວກັບການແຊກແຊງເຂົ້າການເລືອກຕັ້ງ

      ປັກກິ່ງ ໄດ້ແຊກແຊງເຂົ້າການເລືອກຕັ້ງຢູ່ ອາເມລິກາ, ພ້ອມທັງເນັ້ນໜັກວ່າ ຂໍ້ກ່າວຫານີ້ແມ່ນ ບໍ່ມີຫຼັກຖານແລະ ໄຮ້ສາລະ”.

ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານນາງ ຫວາຊວນຢິ໋ງ
(ພາບ: EPA/TTXVN) 
      ວັນທີ 5 ຕຸລາ, ຈີນ ໄດ້ປະຕິເສດຂໍ້ກ່າວຫາ, ທີ່ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ຍົກອອກມາກ່ອນນັ້ນວ່າ: ປັກກິ່ງ ໄດ້ແຊກແຊງເຂົ້າການເລືອກຕັ້ງຢູ່ ອາເມລິກາ, ພ້ອມທັງເນັ້ນໜັກວ່າ ຂໍ້ກ່າວຫານີ້ແມ່ນ “ບໍ່ມີຫຼັກຖານ” ແລະ “ໄຮ້ສາລະ”. ໃນຖະແຫຼງການສະບັບໜຶ່ງ, ທ່ານນາງ ຫວາຊວນຢິ໋ງ, ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ເອີ້ນຄຳກ່າວປາໄສທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ວ່າແມ່ນ “ບັນດາຂໍ້ກ່າວຫາບໍ່ມີມູນຄວາມຈິງ” ເພື່ອແນໃສ່ຕ້ານຄືນນະໂຍບາຍການພົວພັນພາຍໃນ ແລະ ຕ່າງປະເທດຂອງຈີນ. ທ່ານໄດ້ສະເໜີໃຫ້ວໍຊິງຕັນ ຢຸດຕິ “ບັນດາຂໍ້ກ່າວຫາບໍ່ມີຫຼັກຖານ, ບໍ່ເວົ້າຄວາມບໍ່ດີໃຫ້ຈີນ ກໍ່ຄືກໍ່ຄວາມເສຍຫາຍຕໍ່ບັນດາຜົນປະໂຫຍດຂອງ ປັກກິ່ງ ແລະ ການພົວພັນ ຈີນ - ອາເມລິກາ”
 (ແຫຼ່ງຄັດຈາກ VOV)

 
 

top