ຂ່າວສານ

ອາເມລິກາ ຈະເຊັນຂໍ້ຕົກລົງດ້ານແຮ່ທາດກັບ ຢູແກຼນ ໂດຍໄວ

ບັນດາຄວາມມານະພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງສັນຕິພາບໃຫ້ແກ່ ຢູແກຼນ ພວມດຳເນີນໄປຢ່າງດີງາມທີ່ສຸດ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານນາທິບໍດີ ຢູແກຼນ Volodymyr Zelensky (ພາບ: AP/TTXVN)

ອາເມລິກາ ຈະເຊັນຂໍ້ຕົກລົງດ້ານແຮ່ທາດກັບ ຢູແກຼນ ໂດຍໄວ. ນີ້ແມ່ນແຈ້ງການທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ຍົກອອກມາໃນກອງປະຊຸມຖະແຫຼງຂ່າວ ຈັດຂຶ້ນໃນວັນທີ 20 ມີນາ.

        ທ່ານ Donald Trump ກໍ່ເນັ້ນໜັກວ່າ ບັນດາຄວາມມານະພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງສັນຕິພາບໃຫ້ແກ່ ຢູແກຼນ ພວມດຳເນີນໄປຢ່າງດີງາມທີ່ສຸດແມ່ນພາຍຫຼັງບັນດາການໂອ້ລົມທາງໂທລະສັບຂອງທ່ານກັບທ່ານປະທານາທິບໍດີ ລັດເຊຍ ແລະ ທ່ານປະທານາທິບໍດີ ຢູແກຼນ ໃນອາທິດນີ້, ຜ່ານນັ້ນ ກໍ່ເພື່ອແນໃສ່ຢຸດຕິການປະກັນຢູ່ ຢູແກຼນ.

        ກ່ອນໜ້ານັ້ນ, ຢູແກຼນ ແລະ ອາເມລິກາ ໄດ້ເປັນເອກະພາບຈະສ້າງຂໍ້ຕົກລົງເພື່ອແນໃສ່ພັດທະນາບັນດາແຫຼ່ງແຮ່ທາດທີ່ຫາຍາກຂອງ ຢູແກຼນ ໃຫ້ສຳເລັດ; ພ້ອມກັນນັ້ນ, ໂດຍຜ່ານນັ້ນ, ກໍ່ໄດ້ຊົດເຊີຍບັນດາບ້ວງເງິນອຸປະຖຳຂອງ ອາເມລິກາ ທີ່ສະຫງວນໃຫ້ແກ່ປະເທດນີ້ິ້. ຄວາມມານະພະຍາຍາມດັ່ງກ່າວຖືກແຕກພັງພາຍຫຼັງການສົນທະນາທີ່ດຸເດືອດລະຫວ່າງປະທານາທິບໍດີ 2 ທ່ານຢູ່ທຳນຽບຂາວໃນທ້າຍເດືອນ ກຸມພາ. ເຖິງຢ່າງໃດກໍ່ຕາມ, ໃນການໂອ້ລົມທາງໂທລະສັບວັນທີ 19 ມີນາ, ປະທານາທິບໍດີ 2 ທ່ານຍັງໄດ້ເຫັນດີສືບຕໍ່ສົມທົບກັນເພື່ອແນໃສ່ຢຸດຕິການປະທະກັນ.


top