ວັນທີ 21 ກໍລະກົດ, ກະຊວງຍຸຕິທໍາ ອາເມລິກາ ໄດ້ກ່າວຫາພົນລະເມືອງ ຈີນ 2 ຄົນ ນັ້ນແມ່ນ ຫຼີແຊວອຸ໋ຍ ແລະ ຕຸ໋ງຈາຈື ວ່າ ໄດ້ເຂົ້າຮ່ວມການເຄື່ອນໄຫວສອດແນມ ໂດຍແນໃສ່ບັນດາຜູ້ຮັບເໝົາໂຄງການປ້ອງກັນຊາດ, ບັນດານັກຄົ້ນຄວ້າກ່ຽວກັບ ໂຄວິດ - 19 ແລະ ຜູ້ປະສົບເຄາະຮ້າຍອື່ນໆນັບຮ້ອຍຄົນໃນທົ່ວໂລກ.
ແຊວອຸ໋ຍ ແລະ ຕຸ໋ງຈາຈື(ພາບ: AP)
ລະອຽດ, ຕາມການກ່າວຫາຂອງ ອາເມລິກາ, ພົນລະເມືອງ 02 ຄົນຂອງຈີນ ໄດ້ລັກເອົາຂໍ້ມູນກ່ຽວກັບການອອກແບບອາວຸດ, ຂໍ້ມູນກ່ຽວກັບການຢາ, ລະຫັດຊອັບແວ ແລະ ຂໍ້ມູນສ່ວນຕົວຈາກບັນດາເປົ້າໝາຍດັ່ງກ່າວ. ວົງການເຈົ້າໜ້າທີ່ ອາເມລິກາ ກໍໄດ້ກ່າວຫາວ່າ ສອງຄົນດັ່ງກ່າວ ແມ່ນຜູ້ຮັບເໝົາໃຫ້ແກ່ລັດຖະບານ ຈີນ ຫຼາຍກວ່າ ເປັນນັກສືບສອດແນມເປັນມືອາຊີບ.
ປັດຈຸບັນ, ສະຖານທູດ ຈີນ ຍັງບໍ່ທັນມີປະຕິກິລິຍາຕອບກັບຕໍ່ຄໍາກ່າວຫາດັ່ງກ່າວເທື່ອ.
(ແຫຼ່ງຄັດຈາກ VOV)