ຂ່າວສານ

ອາເມລິກາ ກະກຽມຈັດວາງອັດຕາພາສີນຳເຂົ້າໃໝ່ຕໍ່ກັບ ຈີນ, ອີຢູ ແລະ 14 ພື້ນຖານເສດຖະກິດ

ອຳນາດການປົກຄອງຂອງ ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ພວມກະກຽມຈັດວາງອັດຕາພາສີນຳເຂົ້າໃໝ່ໃນວົງກວ້າງຕໍ່ກັບ ຈີນ, ສະຫະພາບ ເອີລົບ (ອີຢູ) ແລະ 14 ພື້ນຖານເສດຖະກິດອື່ນອີກ.
  (ພາບ​ປະ​ກອບ: VNA)  

​ຄາດ​ວ່າ ທ່ານ Jamieson Greer, ຫົ​ວໜ້າຜູ້ຕາງໜ້າ​ດ້ານການຄ້າ ອາ​ເມ​ລິ​ກາ ຈະ​ປະ​ກາດໃນ​ອາ​ທິດ​ນີ້​ຜົນ​ການ​ສືບ​ສວນທີ່​ແກ່​ຍາວ​ເປັນເວລາຫຼາຍເດືອນ​ກ່ຽວ​ກັບ​ສະ​ພາບ​ກຳລັງການຜະລິດອຸດສາຫະກຳ​ເຫຼື​ອ​ເກີນ ແລະ ບັນດາບ້ວງ​ເງິນອຸດໜູນຂອງລັດ​ຖະ​ບານ​​ຢູ່​ບັນ​ດາ​ພື້ນ​ຖານເສດຖະກິດທີ່​ຖືກພິຈາລະນາ. ເວລາປະກາດອາດຈະມີການປ່ຽນແປງ.

ຕາມ​ບັນ​ດາ​ຂໍ້​ມູນ​ທີ່​ສື່ມວນຊົນຄັດ​ສະ​ເໜີ​ຄືນ, ​ອີ​ຢູ, ຍີ່ປຸ່ນ ແລະ ​ສ.ເກົາຫຼີ ມີ​ຄວາມ​ສ່ຽງຈະ​ປະ​ເຊີນ​ໜ້າກັບ​ອັດ​ຕາພາສີ 15% ຫຼື ຕ່ຳກວ່າ, ໃນຂະນະທີ່ ຈີນ ແລະ ອິນເດຍ ມີ​ຄວາມ​ສ່ຽງ​ທີ່​ຈະ​ປະເຊີນໜ້າກັບອັດ​ຕາພາສີທີ່ສູງກວ່າ. ອັດຕາພາສີ​ສຸດ​ທ້າຍ, ຂອບເຂດຂອງສິນຄ້າ​ທີ່​ຖືກ​ຈັ​ດ​ວາງ ແລະ ຈຸດເວລາ​ຜັນ​ຂະ​ຫຍາຍປະຕິບັດນັ້ນ ປັດຈຸບັນຍັງບໍ່ທັນໄດ້ປະກາດຢ່າງເປັນທາງການເທື່ອ.


top