ຂ່າວສານ

ອາຫານການກິນຂອງ ຫວຽດນາມ ດຶງດູດແຂກທ່ອງທ່ຽວ ອິນໂດເນເຊຍ

2 ຜົວເມຍທ່ານຕົກລົງຕື່ນມາໄວ, ໄປເລາະຢູ່ຖະໜົນສາຍຕ່າງໆຢູ່ໃກ້ກັບໂຮງແຮມເພື່ອຊອກຫາບັນດາເຍື່ອງອາຫານທີ່ພິເສດຂອງທ້ອງຖິ່ນ.
(2 ຜົວເມຍທີ່ມາຈາກ ອິນໂດເນເຊຍ ຮັບປະທານເຍື່ອງອາຫານ ປາ ລ້າວ້ອງ)

ມີຄຳເວົ້າທີ່ວ່າ “ເສັ້ນທາງສັ້ນສຸດທີ່ໄປເຖິງຫົວໃຈແມ່ນຜ່ານກະເພາະ”. ແລະ ຄຳເວົ້ານັ້ນຖືກັບ 2 ຜົວເມຍທີ່ມາຈາກ ອິນໂດເນເຊຍທ່ານ Iwan Dharmawan ແລະ ທ່ານນາງ Fanny Susilo ເມື່ອໃນທ້າຍເດືອນທັນວາ 2024 ຜ່ານມາ, 2 ຜົວເມຍທ່ານພ້ອມກັບລູກສາວໄດ້ມາຢ້ຽມຢາມ ຮ່າໂນ້ຍ ເປັນເວລາ 3 ວັນເພື່ອພຽງແຕ່ຄົ້ນຫາຮັບປະທານບັນດາເຍື່ອງອາຫານທີ່ມີຊື່ສຽງຢູ່ນະຄອນນີ້ເທົ່ານັ້ນ.

ພາຍຫຼັງມາຮອດ ຮ່າໂນ້ຍ ໃນຕອນຄ່ຳລະດູໜາວ, ຄອບຄົວຂອງທ່ານ Iwan ໄດ້ເລືອກເອົາຮ້ານຂາຍເຝີທີ່ມີຊື່ສຽງຢູ່ຖະໜົນ ຫຼີກວັກຊື, ຮ້ານອາຫານທີ່ໄດ້ຕິດດາວ Michelin. ຕາມທ່ານ Iwan ແລ້ວ, ເຝີຖ້ວຍໜຶ່ງຮ້ອນໆນັ້ນ ແມ່ນການເລືອກທີ່ດີໃຫ້ແກ່ການເລີ່ມຕົ້ນການຄົ້ນຫາບັນດາເຍື່ອງອາຫານຢູ່ທີ່ນີ້. 2 ຜົວເມຍທ່ານເຄີຍກິນເຝີ ແລະ ເຍື່ອງອາຫານ ຫວຽດນາມ ຈຳນວນໜຶ່ງຢູ່ ອິນໂດເນເຊຍ, ອາເມລິກາ ແລ້ວ. ແຕ່ຍ້ອນຄວາມຫຼົງໄຫຼກັບອາຫານການກິນຂອງ ຫວຽດນາມ, ເຂົາເຈົ້າຕັດສິນໃຈມາ ຫວຽດນາມ ເພື່ອຄົ້ນຫາລົດຊາດ “ດັ້ງເດີມ” ຂອງບັນດາເຍື່ອງອາຫານ. ເປັນຄັ້ງທຳອິດທີ່ກິນເຝີຢູ່ ຮ່າໂນ້ຍ, ທ່ານນາງ Fanny, ໃຫ້ຮູ້ວ່າ:

ເຝີ ຮ່າໂນ້ຍ ແລະ ຝີທີ່ພວກຂ້າພະເຈົ້າເຄີຍກິນກ່ອນນີ້ (ຄິດວ່າໜ້າຈະແມ່ນຝີ ໄຊງ່ອນມີຄວາມແຕກຕ່າງກັນກ່ຽວກັບວິທີກິນ ແລະ ລົດຊາດຝີ ໄຊງ່ອນ ມັກຈະກິນກັບຜັກ ຄືຖົ່ວງອກຜັກຫອມນ້ຳຈ້ຽວ (ຊອດ Hoisin)ແຕ່ຝີຂອງ ຮ່າໂນ້ຍ ພັດບໍ່ມີເສັ້ນຝີ ຮ່າໂນ້ຍ ແມ່ນເສັ້ນເຝີສົດບໍ່ໃສ່ເຄື່ອງປຸງຫຼາຍສະນັ້ນ ເມື່ອກິນຈະຮູ້ສຶກໄດ້ເຖິງລົດຊາດທີ່ພິເສດສະເພາະຂອງນ້ຳຊຸບ”.

ຜົວເມບທ່ານຄາດວ່າຈະໄປຢ້ຽມຢາມ ຫວຽດນາມ ໃນເດືອນກັນຍາ 2024, ແຕ່ຕ້ອງໂຈະໄວ້ຍ້ອນພາຍຸ Yagi. ສະນັ້ນ ໄດ້ມີເວລາຕື່ມເພື່ອສ້າງລາຍການໄປຢ້ຽມຢາມໃຫ້ລະອຽດກວ່າ, ຄອບຄົວຂອງທ່ານ Iwan ໄດ້ປ່ຽນແປງແຜນການໃນເບື້ອງຕົ້ນ, ແທນທີ່ຈະໄປຢ້ຽມຢາມສະຖານທີ່ຈຳນວນໜຶ່ງອື່ນ, ຄື: ຊາປາ, ຮະລອງ, 2 ຜົວເມຍທ່ານໄດ້ຕົກລົງພຽງແຕ່ຢູ່ ຮ່າໂນ້ຍ ເພື່ອຊອກຮູ້ ແລະ ຮັບປະທານບັນດາເຍື່ອງອາຫານທີ່ແຊບທີ່ສຸດຢູ່ແຫ່ງນີ້.

ຂ້າພະເຈົ້າ ແລະ ເມຍ ໄດ້ເຂົ້າອິນເຕີເນັດຊອກຮູ້ບັນດາເຍື່ອງອາຫານ ແລະ ຮ້ານອາຫານທີ່ມີຊື່ສຽງຂອງ ຮ່າໂນ້ຍຄືດັ່ງທີ່ເຈົ້າຮູ້ແລ້ວວ່າປະຈຸບັນ ແຂກທ່ອງທ່ຽວ ອິນໂດເນເຊຍ ຫຼາຍຄົນໄດ້ເລືອກມາທ່ອງທ່ຽວຢູ່ ຫວຽດນາມໃນນັ້ນມີເຫດຜົນວ່າ ຍ້ອນມີເຍື່ອງອາຫານທີ່ແຊບມີ Tiktoker ຫຼາຍຄົນໄດ້ແບ່ງປັນກ່ຽວກັບບັນດາຮ້ານອາຫານແຊບຂອງ ຫວຽດນາມພວກຂ້າພະເຈົ້າໄດ້ອີງໃສ່ນັ້ນແລະ ມີເພື່ອນຊາວ ຫວຽດນາມ ໃຫ້ຄຳປຶກສາກ່ຽວກັບການເລືອເຍື່ອງອາຫານ ແລະ ຮ້ານອາຫານຢູ່ ຮ່າໂນ້ຍ ຕື່ມອີກ”.

ແຕ່ລະມື້, 2 ຜົວເມຍທ່ານ Iwan ລ້ວນແລ້ວແຕ່ສ້າງເມນູລະອຽດໃຫ້ແກ່ແຕ່ລະຄາບ ຄື: ເຂົ້າເຊົ້າ, ເຂົ້າສວຍ ແລະ ເຂົ້າຄ່ຳ. ຕອນເຊົ້າ, ແທນທີ່ຈະກິນເຂົ້າເຊົ້າຢູ່ໂຮງແຮມ, 2 ຜົວເມຍທ່ານຕົກລົງຕື່ນມາໄວ, ໄປເລາະຢູ່ຖະໜົນສາຍຕ່າງໆຢູ່ໃກ້ກັບໂຮງແຮມເພື່ອຊອກຫາບັນດາເຍື່ອງອາຫານທີ່ພິເສດຂອງທ້ອງຖິ່ນ. ບັນດາເຍື່ອງອາຫານທີ່ 2 ຜົວເມຍທ່ານຊອກຫາໄດ້ ແລະ ຈົດເຂົ້າເມນູໃນການເດີນທາງຄັ້ງນີ້, ລວມມີ: ເຝີ, ເຂົ້າປຸ້ນຊີ້ນປິ້ງ, ບັນກວັນ, ເຂົ້າຈີ່, ກາເຟໄຂ່…

ແນ່ນອນວ່າເຂົ້າປຸ້ນຊີ້ນປີ້ງແມ່ນແຊບແລ້ວຊີ້ນປີ້ງຫອມ, ແຊບ້ຳແຈ່ວສົ້ມຫວານແລ້ວມີທັງໝາກຫຸ່ງກິນກັບພ້ອມແນມ (ຢໍ່) ກໍ່ຈືນກອບທັງໝົດເຫຼົ່ານັ້ນ ກິນເຂົ້າກັນໄດ້ເປັນຢ່າງດີທີ່ສຸດມັນເຮັດໃຫ້ຂ້າພະເຈົ້າຢາກກິນຕະຫຼອດບໍ່ຮູ້ອີ່ມເລີຍ”.

ສ່ວນກາເຟໄຂ່ແຊບອີຫຼີມີລົດຊາດມັນໆຂອງໄຂ່ໄກ່ ປະສົມກັບກາເຟອມແຊບທີ່ສຸດລາຄາກໍ່ພໍດີພໍງາມບັນດາເຍື່ອງອາຫານການກິນແມ່ນຖືກກວ່າຫຼາຍເມື່ອທຽບໃສ່ຢູ່ ຈາກາຕາ”.

ສິ່ງທີ່ເຮັດໃຫ້ 2 ຜົວເມຍທ່ານ Iwan ແປກໃຈແມ່ນເມື່ອເຫັນວ່າ ຢູ່ ຮ່າໂນ້ຍ ໄດ້ມີຫຼາຍຮ້ານອາຫານ Halal ສະຫງວນໃຫ້ແຂກທ່ອງທ່ຽວຖືສາສະໜາອິດສະລາມ. ກໍ່ຕາມທ່ານ Iwan ແລ້ວ, ບັນດາແຂກທ່ອງທ່ຽວຖືສາສະໜາອິດສະລາມ ມາ ຮ່າໂນ້ຍ ຈະມີອີກທາງເລືອກເພື່ອຊອກໄດ້ບັນດາເຍື່ອງອາຫານທີ່ເໝາະສົມ, ຄື: ເຝີງົວ, ເຝີໄກ່, ແນມຈືນເຄື່ອງທະເລ…, ໃນນັ້ນ, ມີເຍື່ອງອາຫານ ປາ ລ້າວ້ອງ, ກໍ່ແມ່ນເຍື່ອງອາຫານທ່ີເປັນເອກະລັກສະເພາະຂອງຊາວ ຮ່າໂນ້ຍ.

ໃນຮ້ານອາຫານໜຶ່ງທີ່ໄດ້ເປີດມາແຕ່ດົນນານຢູ່ເຂດຖະໜົນທີ່ຄຶກຄຶ້ນໜາແໜ້ນຂອງ ຮ່າໂນ້ຍ, ຄວາມຮູ້ສຶກອົບອຸ່ນຢູ່ຂ້າງເຕົາໄຟ, ສຽງແຕ່ງກິນເມື່ອເອົາປາ - ຜັກໃສ່ໝໍ້ກະທະແລ້ວຄົນໃຫ້ເຂົ້າກັນ, ຕະຫຼອດຮອດກິ່ນທີ່ຫອມນັ້ນ ເຮັດໃຫ້ຄອບຄົວທ່ານ Iwan ຕື່ນເຕັ້ນທີ່ສຸດ.

ສຳລັບແຂກທ່ອງທ່ຽວ ອິນໂດເນເຊຍໂດຍສະເພາະແມ່ນແຂກທ່ອງທ່ຽວຖືສາສະໜາອິດສະລາມນີ້ແມ່ນການຄັດເລືອກດີ່ທີ່ສຸດແນ່ນອນວ່າຂ້າພະເຈົ້າຈະແບ່ງປັນໃຫ້ບັນດາເພື່ອນຜູ້ຖືກສາສະໜາອິດສະລາມຂອງຂ້າພະເຈົ້າ ຖ້າຫາກມາຢ້ຽມຢາມ ຫວຽດນາມ ຕ້ອງຊິມເບິ່ງເຍື່ອງອາຫານນີ້ເຍື່ອງອາຫານນີ້ໄດ້ເຮັດຈາກປາສົດກິນກັບຜັກຫອມ ແລະ ເຄື່ອງປຸງອື່ນໆອີກໂດຍໄດ້ແຕ່ງຢູ່ກັບໂຕະເລີຍຕື່ນເຕັ້ນຫຼາຍ”.

ພວຂ້າພະເຈົ້າເກືອບພາດເຍື່ອງອາຫານແຊບໆນີ້ກ່ອນທີ່ຈະມາຢ້ຽມຢາມ ຫວຽດນາມຂ້າພະເຈົ້າບໍ່ຮູ້ເຖິງເຍື່ອງອາຫານນີ້ໃນຈຳນວນເຍື່ອງອາຫານທີ່ພວກຂ້າພະເຈົ້າໄດ້ກິນໃນຄັ້ງນີ້ນີ້ແມ່ນເຍື່ອງອາຫານທີ່ສຸດຍອດລົດຊາດຂອງບັນດາເຍື່ອງອາຫານ ຫວຽດນາມ ໄດ້ດຶງດູດໃຈພວກຂ້າພະເຈົ້າບໍ່ມີເຄື່ອງປຸງຫຼາຍ ແຕ່ກໍ່ຍັງດຶງດູດໃຈ”.

3 ມື້ຢູ່ ຮ່າໂນ້ຍ ເບິ່ງຄືວ່າເວລາຍັງບໍ່ທັນພໍ ເພື່ອໃຫ້ 2 ຜົວເມຍຂອງທ່ານ Iwan ຮັບປະທານເຍື່ອງອາຫານທັງໝົດ ທີ່ເປັນເອກະລັກສະເພາະຢູ່ແຫ່ງນີ້, ແຕ່ກໍ່ເປັນເວລາທີ່ພໍດີ ເພື່ອໃຫ້ເຂົາເຈົ້າໄປຢ້ຽມຢາມບັນດາເຂດປູຊະນີຍະສະຖານປະຫວັດສາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຄື: ສຸສານປະທານ ໂຮ່ຈີມິນ, ວັດ ເຈິ່ນກວັກ, ວັນມຽວ - ກວັກຕືຢາມ. ຫຼືງ່າຍໆກວ່າແມ່ນໄປຍ່າງເລາະຫຼີ້ນຢູ່ຖະໜົນສາຍຕ່າງໆຂອງ ຮ່າໂນ້ຍ. ເບິ່ງຄືວ່າເຂົາເຈົ້າໄດ້ເຊື່ອມຕົວເຂົ້າຊີວິດປະຈຳວັນຂອງປະຊາຊົນແຫ່ງນີ້, ພຽງແຕ່ເທົ່ານັ້ນ ກໍ່ສ້າງຄວາມດຶງດູດເຂົາເຈົ້າ ສ້າງແຜນການມາຢ້ຽມຢາມຕື່ມອີກ ເພື່ອສືບຕໍ່ຄົ້ນຫາພື້ນຖານອາຫານການກິນທີ່ເປັນເອກະລັກສະເພາະຂອງ ຫວຽດນາມ./.


top