ຂ່າວສານ

ອາຟະລິກາ ຢືນຢູ່ຕໍ່ໜ້າຄວາມສ່ຽງຕົກຕ່ຳຖອຍຫຼັງ ຍ້ອນໂລກລະບາດໂຄວິດ - 19

      ຄວາມຊັກຊ້າໃນການຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ແລະ ການຂາດແຄນງົບປະມານ ເພື່ອຮັດແຄບຊ່ອງຫວ່າງພັດທະນາເສດຖະກິດລະຫວ່າງບັນດາປະເທດຮັ່ງມືກັບບັນດາປະເທດທີ່ທຸກຍາກ ອາດຈະເຮັດໃຫ້ທະວີບນີ້ຕົກຕ່ຳຖອຍຫຼັງເຖິງ 2 ຫາ 5 ປີ. 
ສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ ພະນັກງານການແພດຄົນໜຶ່ງ ຢູ່ ຊູດັງ (ພາບ: THX/TTXVN)
        ຄະນະກຳມະການເສດຖະກິດ ກ່ຽວກັບ ອາຟະລິກາ ຂອງ ສປຊ (UNECA) ກ່າວເຕືອນວ່າ ຄວາມຊັກຊ້າໃນການຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ແລະ ການຂາດແຄນງົບປະມານ ເພື່ອຮັດແຄບຊ່ອງຫວ່າງພັດທະນາເສດຖະກິດລະຫວ່າງບັນດາປະເທດຮັ່ງມືກັບບັນດາປະເທດທີ່ທຸກຍາກ ອາດຈະເຮັດໃຫ້ທະວີບນີ້ຕົກຕ່ຳຖອຍຫຼັງເຖິງ 2 ຫາ 5 ປີ. ວັນທີ 26 ເມສາ, ທ່ານນາງ Vera Songwe, ເລຂາຝ່າຍບໍລິຫານຂອງ UNECA, ເນັ້ນໜັກວ່າ “ສະພາບການສັກວັກຊິນທີ່ຊັກຊ້າຂອງ ອາຟະລິກາ ຄືໃນປັດຈຸບັນ ແນ່ນອນວ່າຈະເຮັດໃຫ້ລະດັບການເຕີບໂຕເສດຖະກິດຖືກຊັກຊ້າລົງ”. ຕາມທ່ານນາງແລ້ວ, ການຈຳກັດໃນການສຳຜັດວັກຊິນ ຈະແມ່ນສິ່ງກີດຂວາງຕໍ່ບັນດາການເຄື່ອນໄຫວສັນຈອນໄປມາ ແລະ ດຳເນີນທຸລະກິດຢູ່ກັບບ່ອນ ກໍຄືເຮັດໃຫ້ການເຄື່ອນໄຫວພົວພັນແລກປ່ຽນການຄ້າ ແລະ ການລົງທຶນຖືກຢຸດສະງັກ. ສິ່ງດັ່ງກ່າວ ຈະສົ່ງຜົນກະທົບທີ່ບໍ່ດີຕໍ່ການເຕີບໂຕເສດຖະກິດ ແລະ ກີດຂວາງຕໍ່ການສ້າງວຽກເຮັດງານທຳໃຫ້ແກ່ແຮງງານ 26 ລ້ານຄົນ.
        ກອງທຶນເງິນຕາສາກົນ (IMF) ຄາດຄະເນວ່າ ລະດັບການເຕີບໂຕເສດຖະກິດຂອງຕອນໃຕ້ ທະເລຊາຍ Sahara ຂອງ ອາຟະລິກາ ຢູ່ໃນລະດັບ 3,4%, ຖືວ່າຕ່ຳຫຼາຍເມື່ອທຽບໃສ່ບັນດາພາກພື້ນອື່ນໆ.
(ແຫຼ່ງຄັດຈາກ VOV)


top