ແຟຊັ່ນ

ອາພອນສະໄໝລະດູບານໃໝ່-ລະດູຮ້ອນ ປີ 2015

ດ້ວຍຊຸດອອກແບບແຟຊັ່ນ 1.000 ຊຸດຂອງບັນດານັກອອກແບບທີ່ເຂົ້າ ຮ່ວມ, ອາທິດສະແດງອາພອນສະໄໝ ຫວຽດນາມ ລະດູບານໃໝ່-ລະດູຮ້ອນ 2015 ຈັດຂຶ້ນທີ່ນະຄອນຫຼວງຮ່າໂນ້ຍ ແຕ່ວັນທີ 7/12/2014 ເຖິງວັນທີ 10/12/2014 ໄດ້ສ້າງທ່າອຽງໃໝ່ໃຫ້ແກ່ຜູ້ມີຄວາມຫຼົງໄຫຼເມົາມົວກັບແຟຊັ່ນ.
ຜ່ານ​ການສະ​ແດງ​ໃນ​ສີ່​ຄືນ, ບັນດາບໍລິສັດ​ແຟຊັ່ນ ຫວຽດນາມ​ ກໍ່​ເອົາ​ມາສະ​ແດງ​ຫຼາຍ​ຊຸດ​ສະ​ສົມ​ທີ່​ມີ​ລັກສະນະ​ສະ​ເພາະ​ໃຫ້​​ແກ່​ເຄື່ອງໝາຍ​ຂອງ​ຕົນ. ດ້ວຍ​ທັດສະນະ​ຈະສ້າງ​​ແບບ​ແຜນຕ່າງຫາກ, ດ້ວຍ​ລັກສະນະ​ຂອງ​ສ່ວນ​ຕົວ, ບໍລິສັດ​ແຟຊັ່ນ Elise ​ໄດ້​ນຳມາ​ຊຸດ​ສະ​ສົມ​ມີ​ທ່າ​ອຽງ graphic ທີ່​ສະ​ແດງ​ອອກ​ມາດ້ວຍ​ບັນດາ​ຕົວ​ອັກສອນ​ຂອງ​ເຄື່ອງໝາຍ​ຂອງ​ຕົນ. ສ່ວນ​ບໍລິສັດ​ແຟຊັ່ນ GenViet ດ້ວຍ​ເຕັກ​ໂນ​ໂລ​ຢີຂອງ ອີ​ຕາ​ລີ ​ໄດ້​ພາ​ບັນດາ​ທ່ານ​ຜູ້​ຊົມ​ເຂົ້າ​ໂລກ​ອາພອນສະ​ໄໝ Jeans ດ້ວຍ​ຄວາມ​​ໃກ້ຊິດ ​ແລະ ຄວາມ​ຍືນ​ຍົງ ຂອງ​ວັດຖຸ​ທາດ. 

ທ່ານ​ເອກ​ອັກຄະ​ລັດຖະທູດ ອີ​ຕາ​ລີ Lorenzo Angeloni ມອບ​ດອກ​ໄມ້​ໃຫ້ບັນດາ​ນັກ​ອອກ​ແບບ​ທີ່​ເຂົ້າ​ຮ່ວມ​. 

ນັກ​ອອກ​ແບບ​ແຕ່ລະຄົນ​ນຳ​ມາ​ບັນດາ​ສີສັນ​ໂດຍ​ສະ​ເພາະຂອງ​ຕົນ​ເອງ​ເຂົ້າໃນ​ງານ​ສະ​ແດງ. 

ພາບ​ທັງ​ໝົດ​​ໃນ​ງານ​ສະ​ແດງ​​ແຟຊັ່ນ ຫວຽດນາມ Fashion Week 2015.

GenViet ພາ​ຜູ້​ຊົມ​ເຂົ້າ​ໃນ​ໂລກ​ຂອງອາພອນ Jeans ດ້ວຍ​ເຕັກ​ໂນ​ໂລ​ຢີທັນ​ສະ​ໄໝ​
ຂອງ ອີ​ຕາ​ລີ, ປະສານ​ສົມທົບ​ກັບ​ລວດລາ​ຍທີ່​ເຮັດ​ດ້ວຍມື.


ນັກ​ອອກ​ແບບ ອານ​ຍຽນ ​ໄດ້​ຮັບ​ຜົນສຳ​ເລັດ​​​ໃນການ​ກໍ່ສ້າງ​ແບບ​ແຜນ​ເຊັຄຊີ ດ້ວຍ​ເຕັກນິກ ຕັດ​ອອກ (Cut out).

ປັນເທື່ອ​ທຳ​ອິດ​​​ໃນ​ການຈັດ​ຕັ້ງ 12 ​ເທື່ອ, ອາທິດ​ສະ​ແດງ​ອາພອນ​ສະ​ໄໝ ຫວຽດນາມ ລະດູບານ​ໃໝ່-​ລະດູ​ຮ້ອນ 2015 ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ອອກ​ແບບ​ໜຸ່ມ. ຕົວຢ່າງແມ່ນນັກ​ອອກ​ແບບ ທີ່​ມີ​ອາຍຸ​ໜ້ອຍ​ກວ່າ​ໝູ່ ຫາຍ​ຊຽວ, ອາຍຸ 17 ປີ, ຜູ້​ທີ່​ເຄີ​ຍຄອງລາງ ວັນ​ທີ​ໜຶ່ງ​ໃນ​ງານປະ​ກວດ ມຶກຕີມ Style ປີ 2014 ​ໄດ້​ສະ​ເໜີ​ຊຸດ​ສະ​ສົມທີ່​ຖື​ຄວາມ​ນຶກ​ຄິດ​ຈາກກິລາ ​ແລະ ບັນດາຕົວ​ເລກ, ສະ​ແດງ​ອອກກຳລັງ​ແຮງ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ໄວ​ໜຸ່ມ.

ນັກ​ອອກ​ແບບ ກ໋ວກຂາຍ, ຜູ້ຄອງ​ລາງວັນ​ທີ​ສອງ​ໃນ​ງານ​ປະ​ກວດ ມຶກຕີມ Style ປີ 2014 ​ໄດ້​ນຳ​ມາ​ຊຸດ​ສະ​ສົມ​ຖື​ຄວາມ​ງາມ​​ແບບ ກົງກັນຂ​້າມຂອງ​ແມ່ຍິງ ຜ່ານ​ການ​ນຳ​ໃຊ້ລວດລາຍສະຫຼັບ ​ແລະ ຄໍ​ເສື້ອ chemise ມີ​ການ​ແລກປ່ຽນ​ທີ່​ຕັ້ງ​ຢ່າງ​ຕໍ່​ເນື່ອງ. ນັກ​ອອກ​ແບບ ຕຽນ​ດາດ, ຜູ້​ຄອງ​ລາງວັນ​ທີ​ສາມ​ໃນ​ງານ​ປະ​ກວດມຶກຕີມ Style ປີ 2014 ​ສະ​ແດງ​ຈິດ​ໃຈ​ຂອງ​ຍຸກສະ​ໄໝຜ່ານ​ການ​ສັງ​ເກດ​​ໂດຍ​ຕົນ​ເອງຂອງ​ຜູ້​ຫາ​ກໍ່ເຂົ້າ​ຮ່ວມ​ວົງ​ການ​ອອກ​ແບບ ​ດ້ວຍຊຸດ​ອາພອນ​ມີຮອຍ​ສີ​ນ້ຳມັນ ສ້າງ​ຂຶ້ນ​ບັນດາ​ລວດລາ​ຍທີ່​ເຄື່ອນ​ເໜັງ.

ຈຸດ​ເດັ່ນ​ໃນ​ອາທິດ​ສະ​ແດງ​ອາພອນ​ສະ​ໄໝ ຫວຽດນາມ ລະດູບານ​ໃໝ່-​ລະດູ​ຮ້ອນ 2015 ​ແມ່ນ​ນອກຈາ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ອອກ​ແບບ ຫວຽດນາມ ຍັງ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດານັກ ອອກ​ແບບຕ່າງປະ​ເທດ ມາ​ແຕ່ ​ແອັສປາຍ, ອີ​ຕາ​ລີ ​ແລະ ມາ​ເລ​ເຊຍ. ມາ​ແຕ່​ພາກ​ໃຕ້ ອີ​ຕາ​ລີ, ນັກ​ອອກ​ແບບ Michele Gaudiomonte ​ໄດ້​ເອົາ​ມາຊຸດ​ອອກ​ແບບຂອງ​ຕົນ​ໂດ​ຍອີງ​ໃສ່​​​​ແຫຼ່ງວັດຖຸ​ທາດ​ແມ່ນແພ​ໄໝ​ງາມ​ທີ່​ສຸດ​ຂອງ ອີ​ຕາ​ລີ ​ເພື່ອ​ສະ​ແດງ​ຄວາມ​ສວຍ​ງາມ​ຂອງ​ປະ​ເທດ​ຕົນ​ເອງ​ເທິງ​ບັນດາ​ຊຸດ​ອາພອນ.

ນັກ​ອອກ​ແບບ​ ມາ​ເລ​ເຊຍ Eric Choong ສ້າງ​ຄວາມ​ປະ​ທັບ​ໃຈ​ດ້ວຍ​ບັນດາຊຸດ​ອາພອນ​ໄດ້​ຮັບ​ການ​ອອກ​ແບບ​ເທິງ​ວັດຖຸ​ທາດ​ມູນ​ເຊື້ອ batik ​ແຕ້ມ​ດ້ວຍ​ມື, ສະ​ແດງ​ຄວາມ​ຕ້ອງການ​ຍົກ​ສູງ​ຄຸນຄ່າ​ມູນ​ເຊື້ອ​ດ້ວຍ​ຄວາມ​ປະດິດ​ສ້າງ, ​ການ​ຂະຫຍາຍ ​ແລະ ​ແລກປ່ຽນສິລະ​ປະວັດ​ທະນະ​ທຳ​ຜ່ານ​ເສັ້ນທາງ​ແຟຊັ່ນ. ນັກ​ອອກ​ແບບ ​ແອັ​ສ​ປາຍ Diego Cortizas del Valle ນຳ​ມາ​ບັນດາ​ຊຸດ​ອອກ​ແບບ ທີ່​ເຮັດ​ໃຫ​້ທ່ານ​ຜູ້​ຊົມ​ຄື​ພວມທ່ຽວ​ຫຼິ້ນ​ໃນ​ປ່າ​ເຂດ​ຮ້ອນ ດ້ວຍ​ຕົ້ນ​ໄມ້​ຂຽວຫຼາຍ​ຕົ້ນ.
 
ນອກຈາກ​ນັ້ນ, ບັນດາ​ນັກ​ອອກ​ແບບ​ທີ່​ເຄີຍ​ເຂົ້າ​ຮ່ວມ​ໃນ​ອາທິດ​ສະ​ແດງ​ອາພອນ​ສະ​ໄໝ​ຄື: ຮ່າ​ຢຸຍ, ມິນ​ມິນ, ຢວຽນ​ເຮືອງ, ງອກ​ເຮີ​ນ, ​ເຈີ່ນ​ດຶກ​ຫາຍ… ກໍ່ນຳ​ມາຫຼາຍຊຸດ​ສະ​ສົມ​ທີ່​ສະ​ແດງ​ບັນດາບາດ ກ້າວ​ໃໝ່​ໃນ​ເຕັກນິກ​ການຈັດ​ແກ້​ວັດຖຸ​ທາດ, ສີສັນ ​ແລະ ການ​ປະດິດ​ສ້າງ​ໃນ​ທ່າ​ອຽງ​ແຟຊັ່ນ​ຂອງ​ຕົນ. 


ນັກ​ອອກ​ແບບ Michele Gaudiomonte
ມາ​ແຕ່​ພາກ​ໃຕ້ ອີ​ຕາ​ລີ ນຳ​ມາ​ຊຸດ​ສະ​ສົມ

ອີງ​ໃສ່​​​​ແພ​ໄໝ​ງາມ​ທີ່​ສຸດ​ຂອງ ອີ​ຕາ​ລີ.


ຊຸດ​ສະ​ສົມຂອງ​ນັກ​ອອກ​ແບບ ອານ​ຍຽນ. 

 


ຫາຍ​ຊຽວ ​ນຳ​ມາຊຸດ​ສະ​ສົມ​ໄດ້ຖື​ຄວາມ​ນຶກ​ຄິດ​ຈາກກິລາ ​ແລະ ບັນດາຕົວ​ເລກ.


ຄວາມ​ສວຍ​ງາມ​ແບບ​​ແ​ຂງ​ແຮງ ​ແລະ ສຸພາບ
​​ໃນ​ຊຸດ​ສະ​ສົມ​ຂອງ​ນັກ​ອອກ​ແບບ ​ເຈືອງ​ແທງ​ລອງ.


ເຕັກນິກ​ແສ່ວ​ດ້ວຍ​ມື​​​ເທິງ​ແພ​ໄໝໃນ​ຊຸດອອກ​ແບບ​ຂອງ
​ນັກ​ອອກ​ແບບ ລານ​ເຮືອງ. 


ຊຸດອອກ​ແບບບໍ່​ຫຼູຫຼາ ຂອງ​ນັກ​ອອກ​ແບບ​ ຫງອກ​ເຮີ​ນ. 
 


ນັກ​ອອກ​ແບບ ມິ​ນມິນ ຕົບ​ແຕ່ງ​ດ້ວຍ​ກາບ​ກອນ.
 


ນັກ​ອອກ​ແບບ Eric Choong ນຳ​ໃຊ້ວັດ​ຖຸທາດ​ມູນ​ເຊື້ອ
batik ​ເພື່ອ​ອອກ​ແບບ​ໃຫ້​ຊຸດ​ສະ​ສົມຂອງ​ຕົນ. 


ຊຸດ​ສະ​ສົມ​ຂອງ​ນັກ​ອອກ​ແບບ ມິນ​ແຫ້ງ.
 


ນັກ​ອອກ​ແບບ ຫວູວຽດຮ່າ ນຳຄວາມ​ສຳນຶກ​ເລຂາຄະນິດ
​ເຂົ້າ​ໃນ​ຊຸດ​ສະ​ສົມ​ຂອງ​ຕົນ.



ນັກ​ອອກ​ແບບ ​ເຟືອງ​ບຸ່ຍ ນຳ​ມາ​ຊຸດ​ສະ​ສົມ​ດ້ວຍ​ທ່າ​ອຽງອອກ​ແບບບໍ່​ຫຼູຫຼາ.


ນັກ​ອອກ​ແບບ Michele Gaudiomonte ມາ​ແຕ່​ພາກ​ໃຕ້
ອີ​ຕາ​ລີ ນຳ​ມາ​ຊຸດ​ສະ​ສົມ
ອີງ​ໃສ່​​​​ແພ​ໄໝ​ງາມ​ທີ່​ສຸດ​ຂອງ
ອີ​ຕາ​ລີ.


ຕັກນິກ​ແສ່ວ​ດ້ວຍ​ມື​​​ເທິງ​ແພ​ໄໝໃນ​ຊຸດອອກ​ແບບ​ຂອງ​ນັກ​ອອກ​ແບບ ລານ​ເຮືອງ. 



ຊຸດອອກ​ແບບບໍ່​ຫຼູຫຼາ ຂອງ​ນັກ​ອອກ​ແບບ​ ຫງອກ​ເຮີ​ນ.



ນັກ​ອອກ​ແບບ ມິ​ນມິນ ຕົບ​ແຕ່ງ​ດ້ວຍ​ກາບ​ກອນ.
 


GenViet ພາ​ຜູ້​ຊົມ​ເຂົ້າ​ໃນ​ໂລກ​ຂອງອາພອນ Jeans
ດ້ວຍ​ເຕັກ​ໂນ​ໂລ​ຢີທັນ​ສະ​ໄໝ​ຂອງ ອີ​ຕາ​ລີ,
ປະສານ​ສົມທົບ​ກັບ​ລວດລາ​ຍທີ່​ເຮັດ​ດ້ວຍມື.


ນັກ​ອອກ​ແບບ Chula ອອກ​ແບບ​ກັບ​ແພ​ໄໝ.


ຊຸດ​ສະ​ສົມ​ຂອງ​ນັກ​ອອກ​ແບບ ມິນ​ແຫ້ງ.

ອາທິດ​ສະ​ແດງ​ອາພອນ​ສະ​ໄໝ ຫວຽດນາມ ລະດູບານ​ໃໝ່-​ລະດູ​ຮ້ອນ 2015 ສະ​ແດງ​ໃຫ້​ເຫັນ​ຢ່າງຈະ​ແຈ້ງ​ການ​ເຄື່ອນ​ເໜັງ​​ທີ່​ຂັນ​ແຂງ ​ແລະ ຍຸດ​ທະ​ສາດ​ພັດທະນາ​ຂອງ​ແຟຊັ່ນ ຫວຽດນາມ. ນີ້​ກໍ່​ເປັນການ​ເຄື່ອນ​ໄຫວ​ຄັ້ງ​ທຳ​ອິດ​ຂອງ​ສະພາ​ແຟຊັ່ນ ອີ​ຕາ​ລີ-​ຫວຽດ ຢູ່ ຮ່າ​ໂນ້ຍ ​ເພື່ອ​ນຳ​ມາ​ບັນດາ​ການ​ເຄື່ອນ​ໄຫວ​ມີ​ລັກສະນະ​​ເປັນ ອາຊີບແມ່ນກຳລັງ​ດັນ​ໃຫ້​ຂະ​ແໜງ​ແຟຊັ່ນ ຫວຽດນາມ ​ເຊື່ອມ​ໂຍ​ງ ​ແລະ ພັດທະນາ​ໃນ​ທ່າ​ອຽງ​ຂອງ​ໂລກ​ໂດຍ​ໄວ.
ບົດ: ​ເງິນ​ຮ່າ - ພາບ: ​ເຈີ່ນ​ແທງ​ຢາງ 


top