ແຟຊັ່ນ

ອາພອນສະໄໝ ເຮັດດ້ວຍແຜ່ນແພພື້ນເມືອງ

ທ່ານນາງມິງແຮ້ງເປັນໜຶ່ງໃນບັນດານັກອອກແບບທີ່ມີຊື່ສຽງທີ່ສຸດໃນວົງການແຟຊັ່ນຂອງຫວຽດນາມ. ຫວ່າງມໍ່ໆນີ້, ຜູ້ຍິງທີ່ມີບ້ານເກີດຢູ່ເຫວ້ (ພາກກາງຫວຽດນາມ) ຄົນນີ້ ໄດ້ ແນະນຳ ຊຸດອາພອນ ສະໄໝເຮັດດ້ວຍແຜ່ນແພພື້ນເມືອງທີ່ມີຄວາມງາມທີ່ເປັນເອກະລັກຕໍ່ມວນຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ.

 

ຫຼັງຈາກບັນລຸຜົນສຳເລັດທີ່ “ງານບຸນສາກົນກ່ຽວກັບຕຳ່ແຜ່ນຕັດຫຍິບພິເສດ” (FITE) ທີ່ໄດ້ຮັບການດຳເນີນໄປທີ່ຫໍພິພິດທະພັນ Bargoin (ຝຣັ່ງ) ແຕ່ວັນທີ 12-16 ກັນຍາ 2012, ທ່ານນາງມິງແຮ້ງ ໄດ້ສືບຕໍ່ ສະແດງຄວາມໝົກມຸ່ນຂອງຕົນດ້ວຍການແນະນຳຊຸດສະສົມດ້ວຍ ແຜ່ນແພພື້ນເມືອງ, ປະເພດວັດຖຸດິບທີ່ພິເສດສະເພາະ ຂອງພໍ່ແມ່ບັນດາເຜົ່າຢູ່ເຂດພູດອຍຫວຽດນາມ.
ດ້ວຍແຮງບັນດານໃຈຈາກຜົນການປະດິດຄິດແຕ່ງດ້ານສະຖາປັດຕະຍະກຳທີ່ມີຊື່ສຽງຂອງອີຕາລີ, ນັກອອກແບບມິງແຮ້ງໄດ້ປະດິດຄິດສ້າງເຂົ້າ ໃນຊຸດສະສົມອາພອນສະໄໝແຜ່ນແພພື້ນເມືອງຂອງຕົນ ແບບລວດລາຍ ທີ່ເຂັ້ມຂົ້ນໄປດ້ວຍແບບສະຖາປັດຕະຍະກຳທີ່ມີຊື່ລືສຽງຂອງທະວີບ ເອີຣົບ ຄື Gothic, Baroque. ການປະສົມກົມກຽວລະຫວ່າງແບບລີລາວັດທະນະທຳສອງຢ່າງຂອງຝ່າຍຕາເວັນອອກ ແລະ ຝ່າຍ ຕາເວັນຕົກ, ໂດຍສະເພາະຢ່າງຍິ່ງແມ່ນວັດຖຸດິບແຜ່ນແພພື້ນເມືອງຂອງຫວຽດນາມ ແລະ ຈຸດພິເສດຂອງແບບສະຖາປັດຕະຍະກຳ, ສິລະປະ ການລະບາຍສີຂອງອິຕາລີໄດ້ສ້າງເປັນແບບແຟຊັ່ນຕ່າງໆ ສຸດທີ່ມີຊີວິດຊີວາ.

ຊຸດອາພອນຈຳນວນໜຶ່ງທີ່ນຳໃຊ້ວັດຖຸແຜ່ນແພພື້ນເມືອງ ຂອງນັກອອກແບບມິງແຮ້ງ:
ນັກອອກແບບມີງແຮ້ງໄດ້ໄຂຄວາມໃນໃຈອອກມາວ່າ: “ສິ່ງທີ່ຍາກທີ່ສຸດ ໃນການອອກແບບບັນດາຊຸດອາພອນດັ່ງກ່າວນັ້ນແມ່ນເຮັດແນວໃດ ເພື່ອໃຫ້ມີຄວາມປະສົມປະສານຢ່າງກົມກຽວກັນ ລະຫວ່າງຄວາມຄິດສ້າງສັນຂອງນັກອອກແບບເອງ ກັບບັນດາກິດຈະການສະຖາປັດຕະຍະກຳ ທີ່ມີຊື່ສຽງໂດ່ງດັງຂອງອີຕາລີ. ຍ້ອນວ່າ ມັນບໍ່ແມ່ນການລອກແບບ ຫາກຕ້ອງສະແດງ ການສະຫຼັບສັບຫວ່າງລະຫວ່າງສອງພື້ນຖານ ອຸດສາຫະກຳແຟຊ່ັນຂອງຫວຽດນາມ ແລະ ອີຕາລີອີກດ້ວຍ”.
ດ້ວຍເຫດນັ້ນ, ໃນຂອບເຂດລາຍການສະແດງອາພອນສະໄໝດ້ວຍຫົວເລື່ອງທີ່ວ່າ: “ແບບລີລາ ສະຖາປັດຕະຍະກຳ ອີຕາລີ” ທີ່ໄດ້ຮັບການ ຈັດຂຶ້ນຢູ່ທີ່ໂຮງແຮມ Sofitel Legend Metropole (ນະຄອນຫຼວງຮ່າໂນ້ຍ), ຊຸດສະສົມອາພອນສະໄໝຂອງນັກອອກແບບ ມິງແຮ້ງ ໄດ້ສ້າງຄວາມປະທັບໃຈຕໍ່ທ່ານຜູ້ຊົມທັງຢູ່ພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼວງຫຼາຍ. ທ່ານ Lorenzo Angeloni, ເອກອັກຄະລັດຖະທູດ ອິຕາລີ ປະຈຳຫວຽດນາມ ໄດ້ເວົ້າວ່າ: ຂ້າພະເຈົ້າ ມີຄວາມຮັກມັກເປັນຢ່າງຍິ່ງຕໍ່ແບບ ການອອກແບບຢູ່ເທິງ ແຜ່ນແພ ພື້ນເມືອງຂອງນາງມິງແຮ້ງ. ຫວັງວ່າ, ປະເພດແພພື້ນເມືອງຈະຊ່ວຍໃຫ້ແຟຊັ່ນຫວຽດນາມຢືນຢັນຖານະບົດບາດຂອງຕົນໃນວົງການແຟຊັ່ນ ສາກົນໃນອະນາຄົດອັນໃກ້ໆນີ້”.
ບົດ: ເງີນຮ່າ - ພາບ: ກົງດາດ
 

top