ຂ່າວສານ

ອາທິດເຮັດວຽກສຸດທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

      ໃນອາທິດເຮັດວຽກສຸດທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຖືກດໍາເນີນຕາມຮູບການໂດຍກົງໃນລະຫວ່າງວັນທີ 8 – 13 ພະຈິກ, ຢູ່ຮ່າໂນ້ຍ, ດ້ວຍຫຼາຍເນື້ອໃນສຳຄັນ ໄດ້ນຳມາປຶກສາຫາລື ແລະ ຕົກລົງ.
 (ພາບປະກອບ: TTXVN)
      ໃນມື້ເຮັດວຽກທຳອິດ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບ: ໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2021; ຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022; ລາຍງານວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ສະພາບການປະຕິບັດມະຕິເລກທີ 30/2021/QH15 ວ່າດ້ວຍກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV; ສະພາບການປະຕິບັດງົບປະມັນແຫ່ງລັດ ປີ 2015, ແຜນງົບປະມານແຫ່ງລັດ, ວິທີການຈັດແບ່ງງົບປະມານສູນກາງປີ 2022 ແລະ ແຜນການການເງິນ - ງົບປະມານແຫ່ງລັດໄລຍະ 2022 – 2024.
        ຫຼັງຈາກນັ້ນ, ສະພາແຫ່ງຊາດໄດ້ດຳເນີນການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມ.
        ກໍໃນອາທິດນີ້, ສະພາແຫ່ງຊາດ ຈະລົງມະຕິສຳລັບຮ່າງກົດໝາຍ 2 ສະບັບ ແລະ ຮ່າງມະຕິ 12 ສະບັບ.
(ແຫຼ່ງຄັດຈາກ VOV)


top