ຂ່າວສານ

ອາທິດເຮັດວຽກທີ 4 ຂອງກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຊຸດທີ XIV

      ວັນທີ 12 ພະຈິກ, ສະພາແຫ່ງຊາດໄດ້ກ້າວເຂົ້າສູ່ການເຮັດວຽກເປັນອາທິດທີ 4 ຂອງກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຊຸດທີ XIV. 
      ໃນຕອນເຊົ້າ, ສະພາແຫ່ງຊາດໄດ້ປ່ອນບັດຮັບຮອງເອົາມະຕິວ່າດ້ວຍ ການດັດປັບແຜນການລົງທຶນສາທາລະນະໄລຍະກາງ ອາຍຸການ 2016-2020.  ໃນຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ ປ່ອນບັດຮັບຮອງເອົາມະຕິວ່າດ້ວຍການໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊິຟິກ (CPTPP) ພ້ອມດ້ວຍບັນດາເອກະສານທີ່ກ່ຽວຂ້ອງ.
ທີ່ການເຮັດວຽກໃນອາທິດນີ້, ສະພາແຫ່ງຊາດຍັງຈະ ປ່ອນບັດຮັບຮອງເອົາມະຕິວ່າດ້ວຍ ການຈັດແບ່ງງົບປະມານສູນກາງ ປີ 2019;  ປ່ອນບັດຮັບຮອງເອົາ ກົດໝາຍວ່າດ້ວຍການປ້ອງກັນຄວາມລັບຂອງຊາດ. ນອກຈາກນັ້ນກໍ່ຈະໄດ້ປຶກສາຫາລືຫຼາຍເນື້ອໃນສຳຄັນກ່ຽວກັບວຽກງານນິຕິບັນຍັດ ແລະ ຕັດສິນບັນດາບັນຫາສຳຄັນຂອງຊາດ.
 (ແຫຼ່ງຄັດຈາກ VOV)


top