ຂ່າວສານ

ອາຊຽນເຫັນດີຈະເປີດຂະແໜງທ່ອງທ່ຽວຄືນໃໝ່

      ວັນທີ 19 ມັງກອນ, ບັນດາທ່ານລັດຖະມົນຕີການທ່ອງທ່ຽວອາຊຽນ ເຫັນດີຈະເປີດຂະແໜງທ່ອງທ່ຽວອາຊຽນຄືນໃໝ່ ເພື່ອຟື້ນຟູຂະແໜງນີ້ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19.
ພາບປະກອບ: AFP/TTXVN
      ກອງປະຊຸມລັດຖະມົນຕີການທ່ອງທ່ຽວ ອາຊຽນ ຄັ້ງທີ 25 ໄດ້ຈັດຂຶ້ນຮູບແບບທາງໄກແລະ ໂດຍກົງ  ໂດຍເປັນປະທານ ຂອງທ່ານທອງຄອນ ລັດຖະມົນຕີ ກະຊວງທ່ອງທ່ຽວ ກຳປູເຈຍຢູ່ນະຄອນ Sihanoukville ຂອງ ກຳປູເຈຍ.
ໃນຖະແຫຼງການ, ບັນດາລັດຖະມົນຕີໄດ້ເນັ້ນໜັກວ່າ, ຂະແໜງທ່ອງທ່ຽວ ອາຊຽນ ບໍ່ພຽງແຕ່ກຽມພ້ອມທີ່ຈະເປີດຄືນໃໝ່ເທົ່ານັ້ນ, ຫາກຍັງຈະຟື້ນຟູຢ່າງວ່ອງໄວດ້ວຍຄວາມສາມາດທົນທານດີກ່ວາ. ຖະແຫຼງການກໍ່ໃຫ້ຮູ້ວ່າຈະປະຕິບັດທຸກຄວາມສາມາດຟື້ນຟູ ແລະ ການຮ່ວມມື ເພື່ອໃຫ້ຂະບວນການເປີດຂະແໜງການທ່ອງທ່ຽວ ດຳເນີນໄປເທື່ອລະກ້າວ ແລະ ເປັນປົກກະຕິ.
      ບັນດາ ລັດຖະມົນຕີ ໄດ້ເຫັນດີນຳໃຊ້ລະບົບຮັບຮູ້ ວັກຊີນກັນ ໂຄວິດ-19 ໄດ້ມາດຕະຖານ ລະຫວ່າງບັນດາປະເທດ ອາຊຽນ, ພ້ອມດຽວກັນນັ້ນຊົມເຊີຍການຜັນຂະຫຍາຍໂຄງການວັກຊີນຢ່າງວ່ອງໄວ ຢູ່ແຕ່ລະປະເທດສະມາຊິກ, ເຊີ່ງແມ່ນດັດສະນີທີ່ສຳຄັນເພື່ອເປີດປະຕູຂະແໜງທ່ອງທ່ຽວ ອາຊຽນ ຄືນໃໝ່.
ທຸກຝ່າຍຍັງໄດ້ເນັ້ນໜັກເຖິງການເພີ່ມທະວີການຮ່ວມມືໃນຂົງເຂດທ່ອງທ່ຽວລະຫວ່າງ ບັນດາປະເທດ ອາຊຽນ ເພື່ອຮັບປະກັນຄວາມສາມາດແກ່ງແຍ້ງຂອງກຸ່ມ ໃນຂົງເຂດທ່ອງທ່ຽວ.
(ແຫຼ່ງຄັດຈາກ VOV)


top