ຂ່າວສານ

ອາຊຽນອາດຈະເສຍຫາຍປະມານ 3,4 ຕື້ USD ຍ້ອນເຊື້ອ CoVid 19

      ຕາມບົດລາຍງານຂອງ ສູນຄົ້ນຄ້ວາ Kasicon ຂອງ ໄທ, ເຊື້ອ CoVid 19 ຈະສົ່ງຜົນກະທົບທາງລົບເຖິງພື້ນຖານເສດຖະກິດ ຂອງ ບັນດາປະເທດ ອາຊຽນທັງໝົດ, ເຮັດໃຫ້ ພາກພື້ນນີ້ ອາດຈະ ເສຍຫາຍ ປະມານ 2,4 – 3,4 ຕື້ USD.

ປະຊາຊົນໃຊ້ຜ້າອັດປາດເພື້ອຕ້ານເຊື້ອ COVID-19 ຢູ່ ຍີ່ປຸ່ນ (ພາບ: Kyodo) 
      ບົດລາຍງານໄດ້ຊີ້ໃຫ້ເຫັນສາຍເຫດຕົ້ນຕໍຂອງ ການຫຼຸດລົງແມ່ນບັນດາມາດຕະການຈຳກັດການເດີນທາງໄປມາ ແລະ ແລກປ່ຽນການຄ້າລະຫວ່າງ ບັນດາພື້ນຖານເສດຖະກິດ ສະມາຊິກ ຂອງ ອາຊຽນ ກັບ ຈີນ ຍ້ອນມີຄວາມວິຕົກກັງວົນກ່ຽວກັບການ ຕິດເຊື້ອ CoVid 19. ຖ້າຫາກວ່າ ໂລກລະບາດ CoVid 19 ແກ່ຍາວໃນຮອບ 6 ເດືອນ, ພື້ນຖານເສດຖະກິດ ຂອງ ຈີນ ອາດຈະບັນລຸໄດ້ການເຕີບໂຕພຽງແຕ່ 4,7%ໃນປີນີ້ິ້, ຕ່ຳກ່ວາ 1% ເມື່ອທຽບໃສ່ກັບການຄາດຄະເນກ່ອນທີ່ຈະເກີດຂຶ້ນ ໂລກລະບາດ. ສິ່ງນີ້ ອາດຈະເຮັດໃຫ້ການເຕີບໂຕຂອງ ອາຊຽນຫຼຸດລົງ ປະມານ 0,07 – 0,11% ເມື່ອທຽບໃສ່ທຸກປີ.
 (ແຫຼ່ງຄັດຈາກ VOV)


top