ຂ່າວສານ

ອາຊຽນພວມພັດທະນາຖືກທິດເພື່ອບັນລຸໄດ້ບັນດາເປົ້າໝາຍສະຫັດສະວັດ

      ອາຊຽນ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງໃນການພັດທະນາແບບຍືນຍົງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

ທີ່ກອງປະຊຸມສຳມະນາເປີດ
(ພາບ: TTXVN)
      ວັນທີ 06 ສິງຫາ, ຢູ່ອິນໂດເນເຊຍ, ສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ ໄດ້ສົມທົບກັບກອງທຶນ Friedrich Ebert Stiftung (FES) ຂອງເຢຍລະມັນ ແລະ ກະຊວງພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ວັດທະນະທຳອິນໂດເນເຊຍ ຈັດກອງປະຊຸມສຳມະນາເປີດ ກ່ຽວກັບການປະສານສົມທົບເປົ້າໝາຍພັດທະນາສະຫັດສະວັດ (SDGs) ມຸ່ງໄປເຖິງວິໄສທັດອາຊຽນ 2025. ເວທີປາໄສໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນ, ພ້ອມທັງແນໃສ່ສົ່ງສານກ່ຽວກັບບັນດາຄວາມກ້າວໜ້າໃໝ່ສຸດທີ່ກ່ຽວຂ້ອງເຖິງນະໂຍບາຍຂອງບັນດາປະເທດອາຊຽນ ໃນການບັນລຸບັນດາ SDGs ຢູ່ທັງ 2 ວິທີສຳຜັດ, ລະດັບພາກພື້ນ ກໍຄືຍຸດທະສາດຂອງແຕ່ລະປະເທດ.
        ກ່າວຄຳເຫັນທີ່ເຫດການ, ທ່ານ Sergio Grassi, ຜູ້ອຳນວຍການປະຈຳຂອງ FES ຢູ່ອິນໂດເນເຊຍ ຖືວ່າ, ອາຊຽນ ພວມໄປຖືກທິດເພື່ອບັນລຸໄດ້ SDGs ໃນປີ 2030. ອາຊຽນ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງໃນການພັດທະນາແບບຍືນຍົງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ເຖິງຢ່າງໃດກໍ່ຕາມ, ບັນດາສິ່ງທ້າທາຍສຳຄັນຍັງຄົງຕົວຢູ່.
 (ແຫຼ່ງຄັດຈາກ VOV)

top