ຂ່າວສານ

ອາຊຽນຊຸກຍູ້ຄວາມມານະພະຍາຍາມໃນການກໍ່ສ້າງປະຊາຄົມ

ວັນທີ 13 ເມສາ, ກອງປະຊຸມປະສານງານ ປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ (ASCCO) ຄັ້ງທີ 14 ໄດ້ຈັດຂຶ້ນແບບທາງໄກ.
  ກອງປະຊຸມປະສານງານ ປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ (ASCCO) ຄັ້ງທີ 14 (ພາບ: asean.org)  

 ກອງປະຊຸມໄດ້ພິຈາລະນາ, ຕີລາຄາວິວັດການຮ່ວມມືທີ່ກ່ຽວຂ້ອງເຖິງບັນດາບັນຫາລະຫວ່າງເສົາຄ້ຳຄື ບັນດາຂໍ້ລິເລີ່ມຂອງ ອາຊຽນ ເພື່ອແນໃສ່ຮັບມືກັບໂລກລະບາດໂຄວິດ - 19, ແຜນສັງລວມ ຊຸກຍູ້ປະຊາຄົມອາຊຽນ ແລະ ຍຸດທະສາດໂຮມອາຊຽນຕໍ່ ໃຫ້ການປະຕິວັດອຸດສາຫະກຳຄັ້ງທີ 4. ກອງປະຊຸມກໍ່ອັບເດດຂໍ້ມູນກ່ຽວກັບການສ້າງວິໄສທັດ ປະຊາຄົມ ອາຊຽນ ຫຼັງປີ 2025, ເລີ່ມຕົ້ນດ້ວຍກອງປະຊຸມກຸ່ມາເພາະກິດຂັ້ນສູງຄັ້ງທີ 1 ໃນລະຫວ່າງວັນທີ 31 ມີນາ ແລະ ວັນທີ 1 ເມສາ ທີ່ຜ່ານມາ ຢູ່ສຳນັກງານໃຫຍ່ ຄະນະເລຂາອາຊຽນ.

ກອງປະຊຸມໄດ້ແບ່ງປັນບັນດາບາດກ້າວພັດທະນາຫວ່າງມໍ່ໆມານີ້ໃນການພົວພັນທາງການທູດ ຂອງ ອາຊຽນ, ຄືແລກປ່ຽນຂໍ້ກຳນົດ “ຄູ່ເຈລະຈາ” ໃຫ້ແກ່ອັງກິດ, ສ້າງການພົວພັນຄູ່ຮ່ວມມືຢ່າງເປັນທາງການ ກັບຫຼາຍປະເທດ, ເລີ່ມປະຕິບັດໂຄງການທຶນສຶກສາໃຫ້ເຍົາວະຊົນ ອາຊຽນ ໃນທ້າຍປີນີ້…


top