ຂ່າວສານ

ອາຊຽນຈະນຳສູນອາຊຽນກ່ຽວກັບການຮັບມືກັບສະຖານະການສຸກເສີນ ດ້ານສາທາລະນະສຸກ ແລະ ໂລກລະບາດທີ່ຫາກໍ່ເກີດຂຶ້ນໃໝ່ເຂົ້າເຄື່ອນໄຫວ

      ບັນດາປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບ ຕ້ອງຍູ້ໄວຄວາມຄືບໜ້າໃນການນຳສູນ ອາຊຽນ ຮັບມືກັບສະຖານະການສຸກເສີນ ດ້ານສາທາລະນະສຸກ ແລະ ໂລກລະບາດທີ່ຫາກໍ່ເກີດຂຶ້ນໃໝ່ (ACPHEED) ເຂົ້າສູ່ການເຄື່ອນໄຫວຕົວຈິງໂດຍໄວ, ສົ່ງເສີມບັນດາການນຳຂັ້ນສູງ ອາຊຽນ ຮັບຮອງເອົາກອບຂໍ້ຕົກລົງແລວທາງໄປມາ ໃນອາຊຽນ (ATCAF).
ການນຳຂັ້ນສູງບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມ (ພາບ: ກະຊວງການຕ່າງປະເທດ)
      ວັນທີ 27 ກັນຍາ, ໜ່ວຍປະຕິບັດງານລະຫວ່າງຂະແໜງ ຂຶ້ນກັບສະພາປະສານງານ ອາຊຽນ ໃນການຮັບມືກັບສະຖານະການສຸກເສີນ ດ້ານສາທາລະນະສຸກ ໄດ້ຈະຕັ້ງກອງປະຊຸມທາງໄກຄັ້ງທີ 7 . ນະທີ່ນີ້, ບັນດາປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບ ຕ້ອງຍູ້ໄວຄວາມຄືບໜ້າໃນການນຳສູນ ອາຊຽນ ຮັບມືກັບສະຖານະການສຸກເສີນ ດ້ານສາທາລະນະສຸກ ແລະ ໂລກລະບາດທີ່ຫາກໍ່ເກີດຂຶ້ນໃໝ່ (ACPHEED) ເຂົ້າສູ່ການເຄື່ອນໄຫວຕົວຈິງໂດຍໄວ, ສົ່ງເສີມບັນດາການນຳຂັ້ນສູງ ອາຊຽນ ຮັບຮອງເອົາກອບຂໍ້ຕົກລົງແລວທາງໄປມາ ໃນອາຊຽນ (ATCAF).
      ທ່ານ ຫງວຽນກວັກຢຸງ, ຮອງລັດຖະມົນຕີການຕ່າງປະເທດ, ຜູ້ຕາງໜ້າຝ່າຍ ຫວຽດນາມ ໄດ້ສະເໜີໃຫ້ ອາຊຽນ ຕ້ອງຍູ້ໄວຄວາມຄືບໜ້າໃນການຊື້ວັກຊິນໃຫ້ແກ່ບັນດາປະເທດ ສະມາຊິກ. ຫວຽດນາມ ພວມປະຕິບັດສຳເລັດບັນດາລະບຽບການພາຍໃນຢ່າງຮີບດ່ວນ ເພື່ອປະກາດບັນດາຂໍ້ຄຳໝັ້ນສັນຍາປະກອບສ່ວນເຂົ້າໃນການສາງສຳຮອງວັດຖຸອຸປະກອນການແພດ ອາຊຽນ ແລະ ຕັ້ງໜ້າສົມທົບກັບບັນດາປະເທດ ອາຊຽນ ນຳສູນ ACPHEED ເຂົ້າການເຄື່ອນໄຫວຢ່າງມີປະສິດທິຜົນ, ແບບຍືນຍົງໂດຍໄວ, ສະເໜີໃຫ້ ອາຊຽນສືບຕໍ່ສຸມໃສ່ບັນດາຄວາມມານະພະຍາຍາມເຂົ້າສອງຈຸດສຸມຫຼັກນັ້ນ ແມ່ນ ຊຸກຍູ້ການຟື້ນຟູເສດຖະກິດ ແລະ ຫຼຸດຜ່ອນຜົນກະທົບຢ່າງຕັ້ງໜ້າຂອງໂລກລະບາດໂຄວິດ - 19 ຕໍ່ປະຊາຊົນໃນພາກພື້ນ.
(ແຫຼ່ງຄັດຈາກ VOV)
 


top