ຂ່າວສານ

ອາຊຽນ ໃຫ້ຄຳໝັ້ນສັນຍາໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນ ມຽນມາ

ດ້ວຍຖານະເປັນປະເທດປະທານ ອາຊຽນ 2023, ອິນໂດເນເຊຍ ຈະຊຸກຍູ້ການປະຕິບັດຄວາມເຫັນດີ 5 ຂໍ້ກ່ຽວກັບ ມຽນມາ.
ທ່ານປະທານາທິບໍດີ Joko Widodo (ພາບປະກອບ: AFP/TTXVN)

ດ້ວຍຖານະເປັນປະເທດປະທານ ອາຊຽນ 2023, ອິນໂດເນເຊຍ ຈະຊຸກຍູ້ການປະຕິບັດຄວາມເຫັນດີ 5 ຂໍ້ກ່ຽວກັບ ມຽນມາ, ພ້ອມທັງສືບຕໍ່ໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນ ມຽນມາ ຜ່ານສູນ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ ແລະ ກູ້ໄພກູ້ຊີບໄພພິບັດ. ວັນທີ 08 ພຶດສະພາ, ຢູ່ນະຄອນຫວງ ຈາກາຕາ, ກ່າວຄຳເຫັນກ່ອນຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ໄດ້ຢືນຢັນຄຳໝັ້ນສັນຍາດັ່ງກ່າວ. ທ່ານປະທານາທິບໍດີ Joko Widodo ກໍ່ເຕື້ອງເຖິງສະພາບການຢູ່ ຊູດັງ, ຮຽກຮ້ອງບັນດາຝ່າຍປະທະກັນຢູ່ປະເທດນີ້ດຳເນີນການເຈລະຈາສົນທະນາ ເພື່ອຊອກຫາມາດຕະການຢຸດຕິການປະທະກັນໃນປະຈຸບັນ.

        ໃນເຫດການທີ່ກ່ຽວຂ້ອງ, ປະເທດເຈົ້າພາບ ອາຊຽນ ພວມຮັດແໜ້ນບັນດາມາດຕະການປ້ອງກັນຄວາມສະຫງົບ ແລະ ກຽມພ້ອມດ້ານພື້ນຖານໂຄງລ່າງຢ່າງຄົບຊຸດເພື່ອຮັບໃຊ້ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42.

 


top