ຂ່າວສານ

ອາຊຽນ ແລະ ອີຢູ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື

ອາຊຽນ ແລະ ອີຢູ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື
  ພາບປະກອບ  

ວັນທີ 26 ກຸມພາ, ກອງປະຊຸມຄັ້ງທີ 30 ຂອງຄະນະກຳມະການຮ່ວມມືສອງຝ່າຍ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ສະຫະພາບເອີລົບ (ອີຢູ) ຈັດຂຶ້ນຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ ໄດ້ອັດລົງ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມຢັ້ງຢືນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ - ອີຢູ ຄືນໃໝ່ ແລະ ຮັກສາບົດບາດໃຈກາງຂອງ ອາຊຽນ ໂດຍອີງໃສ່ບັນດາຫຼັກການພື້ນຖານທີ່ຄ້າຍຄືກັນໃນການສຳຜັດ ມະຫາສະໝຸດ ອິນເດຍ - ປາຊີຟິກ ຂອງແຕ່ລະຝ່າຍ.

ສອງຝ່າຍເຫັນດີເປັນເອກະພາບຊອກຮູ້ຄວາມສາມາດບົ່ມຊ້ອນໃນການຮ່ວມມືໃນ 4 ຂົງເຂດບຸລິມະສິດຂອງວິໄສທັດ ອາຊຽນ ກ່ຽວກັບ ມະຫາສະໝຸດ ອິນເດຍ - ປາຊີຟິກ, ເໝາະສົມກັບບັນດາຫຼັກການສົນທິສັນຍາໄມຕີຈິດມິດຕະພາບ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC), ກົດບັດ ອາຊຽນ ແລະ AOIP. ສອງຝ່າຍຮັບຮູ້ເລື່ອງເລີ່ມປະຕິບັດຂໍ້ລິເລີ່ມຂອງກຸ່ມ ເອີລົບ ກ່ຽວກັບການເຊື່ອມຕໍ່ແບບຍືນຍົງ ແລະ ຜັນຂະຫຍາຍຂໍ້ລິ້ເລີ່ມສີຂຽວຂອງກຸ່ມ ເອີລົບ ເພື່ອແນໃສ່ເພີ່ມທະວີການຮ່ວມມື ອາຊຽນ - ອີຢູ ດ້ວຍບັນດາໂຄງການລະອຽດລະດັບພາກພື້ນ ແລະ ລະດັບຊາດ, ພ້ອມທັງຊົມເຊີຍບ້ວງເງິນປະກອບສ່ວນທີ່ຄາດວ່າແມ່ນປະມານ 10 ຕື້ ເອີໂລ ຂອງ ອີຢູ ໃຫ້ແກ່ການຜັນຂະຫຍາຍຂໍ້ລິເລີ່ມ “ປະຕູຂອງທົ່ວໂລກ” ຂອງ ອີຢູ ໃນພາກພື້ນ ອາຊຽນ. ສອງຝ່າຍກໍ່ຢັ້ງຢືນຄວາມສຳຄັນ ແລະ ຄຳໝັ້ນສັນຍາສຳລັບໂຄງການດຳເນີນງານ 2030 ແລະ ພັດທະນາແບບຍືນຍົງ, ສົນທິສັນຍາແມ່ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC), ຂໍ້ຕົກລົງ ປາຣີ (COP21), ສົນທິສັນຍາກ່ຽວກັບຊີວະນາໆພັນ (CBD) ແລະ ຂອບຊີວະນາໆພັນທົ່ວໂລກ ໂກນມິນ - Montreal.


top