ຂ່າວສານ

ອາຊຽນ ແລະ ອາເມລິກາ ເຊັນຂໍ້ຕົກລົງຮ່ວມມືພັດທະນາໃນພາກພື້ນ

      ທ່ານ Dato Lim Jock Hoi ເລຂານຸການໃຫຍ່ ອາຊຽນ ແລະ ທ່ານ Ryan Washburn ຜູ້ຕາງໜ້າອົງການພັດທະນາສາກົນ ອາເມລິກາ (USAID) ປະຈຳອາຊຽນ ຫາກໍ່ເຊັນຂໍ້ຕົກລົງກ່ຽວກັບຮ່ວມມືພັດທະນາໃນພາກພື້ນ (RDCA).

ພາບປະກອບ:  Asean.usmission.gov
      ພິທີເຊັນໄດ້ດຳເນີນຢູ່ສຳນັກງານໃຫຍ່ ຄະນະເລຂາທິການ ອາຊຽນ ໃນຂອບເຂດກອງປະຊຸມລັດຖະມົນຕີ ອາຊຽນ - ອາເມລິກາ, ສ້າງຂີດໝາຍສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືພັດທະນາລະຫວ່າງອາຊຽນ - ອາເມລິກາ.
        RDCA ຈະປະກອບສ່ວນເພີ່ມທະວີການພົວພັນ ແລະ ສືບຕໍ່ບັນດາການເຊື່ອມຕໍ່ມິດຕະພາບລະຫວ່າງ ອາຊຽນ ແລະ ອາເມລິກາ, ຊຸກຍູ້ການເຕີບໂຕ ແລະ ພັດທະນາແບບຍືນຍົງ ແລະ ກວມລວມ. ຂໍ້ຕົກລົງນີ້ຈະສົ່ງເສີມບັນດາລະບົບອີງໃສ່ກົດໝາຍທີ່ໄດ້ກຳນົດ ເພື່ອແນໃສ່ສະໜັບສະໜູນການຮັກສາອາຊຽນແຫ່ງສັນຕິພາບ, ສະຫງົບປອດໄພ ວັດທະນາຖາວອນ, ສອດຄ່ອງກັບວິໄສທັດປະຊາຄົມອາຊຽນ 2025, ແຜນການກະທຳ ອາຊຽນ - ອາເມລິກາ ໄລຍະ 2021 – 2025 ແລະ ຖະແຫຼງການລວມຂອງ ກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ.
 (ແຫຼ່ງຄັດຈາກ VOV)
 


top