ເຫດການ ແລະ ບັນຫາ

ອາຊຽນ ແລະ ອາຊຽນ + 3: ຄວາມສາມັກຄີ, ສະໜັບສະໜັບ ເຊິ່ງກັນແລະ ກັນ ກຽມພ້ອມ ຮັບມືກັບການແຜ່ລະບາດ ໂຄວິດ-19

ໃນຖານະເປັນປະທານ ອາຊຽນ 2020, ທ່່ານ ຫງວຽນຊວນຟຸກ ນາ ຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ເປັນເຈົ້າພາບ ໃນກອງ ປະ ຊຸມສຸດຍອດພິເສດ ອາຊຽນ ແລະ ກອງປະຊຸມ ສຸດຍອດພິເສດ ອາ ຊຽນ + 3 (ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ) ວ່າດ້ວຍ ການຮັບມື ກັບ ການແຜ່ລະບາດ ໂຄວິດ-19 ຕາມຮູບແບບກອງປະຊຸມທາງໄກ. ບັນ ດາຜູ້ນຳໄດ້ພ້ອມກັນວາງອອກ ບັນດາມາດຕະການ, ຂໍ້ລິເລີ່ມ ຢ່າງລະອຽດ ແລະ ຊຸກຍູ້ຍິ່ງຂຶ້ນ ການຮ່ວມມື ປ້ອງກັນ ແລະ ຕ້ານການແຜ່ລະບາດ, ໃນເວລາດຽວກັບ ກໍຮັບປະກັນ ຄວາມຂະຫຍັນ ຂັນເຄື່ອນ ແລະ ໝັ້ນຄົງ ຂອງພາກພື້ນ ໃນໄລຍະຍາວ.
ຍົກສູງກຳລັງຄວາມສາມາດ ກຽມພ້ອມຮັບມືກັບການແຜ່ລະບາດ ຢູ່ລະດັບປະເທດ ແລະ ພາກພື້ນ

ກອງປະຊຸມສຸດຍອດພິເສດ ອາຊຽນ ວ່າດ້ວຍ ການຮັບມື ກັບການແຜ່ລະບາດ ໂຄວິດ-19 ໂດຍມີການເຂົ້າຮ່ວມ ຂອງຜູ້ນໍາ 10 ປະເທດສະ ມາຊິກ ອາຊຽນ ໄດ້ຜ່ານຖະແຫຼງການ ວ່າດ້ວຍ ການຮັບມືກັບການແຜ່ລະບາດ ໂຄວິດ-19.

ຕາມນັ້ນ, ບັນດາສະມາຊິກໄດ້ຕັດສິນໃຈ ເພິ່ມທະວີຍິ່ງຂຶ້ນ ບັນດາມາດຕະການຮ່່ວມມື ດ້ານສາທາລະນະສຸກ ແນໃສ່ ຄວບຄຸມການແຜ່ລະບາດ, ປົກປ້ອງພົນລະເມືອງ ຊຶ່ງລວມມີການແລກປ່ຽນ ຢ່າງທັນການ, ຈະແຈ້ງ ດ້ານຂໍ້ມູນຂ່າວສານ ກ່ຽວກັບສະຖານະການຕົວຈິງ, ບັນດາ ມາດຕະການ ຮັບມືກັບການລະບາດ ຂອງ ບັນດາປະເທດ ສະ ມາຊິກ; ແບ່ງປັນບົດຮຽນ ແລະ ການປະຕິບັດຕົວຈິງທີ່ດີ ໃນການຄົ້ນ ຄວ້າ, ພັດທະນາດ້ານ ສຸຂາພິບານວິທະຍາ, ປິ່ນປົວອາການທີ່ກວດພົບຕົວຈິງ, ຄົ້ນຄວ້າ, ພັດທະນາ ວັກຊິນ ແລະ ຢາຕ້ານໄວຣັດ; ຍົກສູງກຳລັງຄວາມສາມາດ ລະບົບ ສາທາລະນະສຸກ ຂອງ ບັນດາປະເທດສະມາຊິກ ອາຊຽນ, ໃນເວລາດຽວກັນ ກໍຮັບປະກັນຄວາມປອດໄພ ໃຫ້ແກ່ ລັດຖະກອນ ສາທາລະນະສຸກ.



ຕອນເຊົ້າວັນທີ 14 ເມສາ 2020, ທີ່ຮ່າໂນ້ຍ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ອາຊຽນ 2020 ໄດ້ເປັນປະທານ ໃນກອງ ປະ ຊຸມສຸດຍອດພິເສດ ອາຊຽນ ຕາມຮູບແບບກອງປະຊຸມທາງໄກ
ວ່າດ້ວຍການຮັບມືກັບການແຜ່ລະບາດ ໂຄວິດ-19. ພາບ: ນາຍົກ ລັດ ຖະມົນຕີ ຫງວຽນຊວນຟຸກ, ປະທານ ອາຊຽນ 2020 ກ່າວປາ ໄສໄຂກອງປະຊຸມ. ພາບ: ຖົ໋ງເຍິດ



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ອາຊຽນ 2020 ໄດ້ເປັນປະທານໃນກອງປະຊຸມສຸດຍອດພິເສດ ອາຊຽນ ຕາມຮູບແບບ ທາງໄກ
ວ່າດ້ວຍການຮັບມືກັບການແຜ່ລະບາດ ໂຄວິດ-19. ພາບ: ຖົ໋ງເຍິດ



ນາຍົດລັດຖະມົນຕີ ກຳປູເຈຍ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ກ່າວປາໄສທີ່ກອງປະຊຸມ ທາງໄກ. ພາບ: ຖົ໋ງເຍິດ


ກະສັດ ບຣູໄນ Darrussalam Sultan Haji Hassanal Bolkiah
ກ່າວປາໄສ ທີ່ກອງປະຊຸມ ທາງໄກ. ພາບ: ຖົ໋ງເຍິດ



ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ກ່າວປາໄສ ທີ່ກອງ ປະ ຊຸມ ທາງໄກ. ພາບ:  ຖົ໋ງເຍິດ


ປະທານາທິບໍດີ ອິນໂດເນເຊຍ ໂຈໂກ ວີໂດໂດ ກ່າວປາໄສ ທີ່ກອງປະຊຸມ ທາງໄກ. ພາບ: ຖົ໋ງເຍິດ


ນາຍົກລັດຖະມົນຕີ ມາເລເຊຍ Muhyiddin Yassin ກ່າວປາໄສ ທີ່ ກອງປະຊຸມ ທາງໄກ. ພາບ: ຖົ໋ງເຍິດ


ທີ່ປຶກສາແຫ່ງລັດ ມຽນມາ ອອງຊານ ຊູຈີ ກ່າວປາໄສ ທີ່ ກອງປະຊຸມ ທາງໄກ. ພາບ: ຖົ໋ງເຍິດ


ປະທານາທິບໍດີ ຟີລິບປິນ ໂຣດຣິໂກ ດຸຍແຕກເຕ ກ່າວປາໄສ ທີ່ກອງ ປະຊຸມ ທາງໄກ. ພາບ: ຖົ໋ງເຍິດ


ນາຍົກລັດຖະມົນຕີ ສິງກະໂປ ລີ ຊຽນ ລຸງ ກ່າວປາໄສທີ່ກອງທາງໄກ. ພາບ: ຖົ໋ງເຍິດ

ນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ ກ່າວປາໄສ ທີ່ກອງປະ ຊຸມ ທາງໄກ. ພາບ: ຖົ໋ງເຍິດ

ພ້ອມກັນນັ້ນແມ່ນເພີ່ມທະວີການຮ່ວມມື ແນໃສ່ສະໜອງ ຢ່າງພຽງພໍ ຢາປິ່ນປົວ, ອຸປະກອນການແພດ ທີ່ຈຳເປັນ ຊຶ່ງລວມມີເຄື່ອງມື ບົ່ງ ມະຕິພະຍາດ, ອຸປະກອນປ້ອງກັນຕົວສ່ວນບຸກຄົນ...; ສົ່ງເສີມການສ້າງຕັ້ງ ສາງອຸປະກອນການແພດ ຂອງ ພາກພື້ນ, ກໍຄືໝູນໃຊ້ ຈົນສຸດຄວາມສາມາດ ບັນດາສາງແຮໄວ້ ທີ່ກ່ຽວຂ້ອງ ຂອງ ອາຊຽນ ແນໃສ່ຊ່ວຍໜູນ ຄວາມຕ້ອງການ ຂອງບັນດາປະເທດສະມາຊິກ ອາຊຽນ ໃນສະຖານະການສຸກເສີນ ດ້ານສາທາລະນະສຸກ.
“ການແຜ່ລະບາດ ໂຄວິດ-19 ໄດ້ສະແດງໃຫ້ເຫັນຫົວຂໍ້ “ສະໜິດ ຕິດພັນ ແລະ ເປັນເຈົ້າການໃນການປັບຕົວ” ທີ່ ຫວຽດນາມ ວາງອອກ ໃນປີ ເປັນປະທານ ອາຊຽນ 2020 ແມ່ນຖືກເວລາ ແລະ ຖືກ ຕ້ອງຊັດເຈນ. ບັນດາຄວາມມານະພະຍາຍາມ ທີ່ ຫວຽດນາມ ໄດ້ ແລະ ກຳ ລັງ ຜັນຂະຫຍາຍ ໃນບົດບາດເປັນປະທານ ອາຊຽນ ໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນ ຢ່າງຈະແຈ້ງ ຈິດໃຈ ຂອງ ຫົວຂໍ້ດັ່ງກ່າວ, ເຮັດໃຫ້ຄຳເວົ້າກາຍເປັນການເຄື່ອນໄຫວຕົວຈິງ. ຮ່ວມມືກັນ ຍູ້ຖອຍການແຜ່ລະບາດ ໂຄວິດ-19 ເປັນ ບຸລິມະສິດ ແຖວໜ້າ ຂອງ ອາຊຽນ ໃນປັດຈຸບັນ. ການທີ່ ພວກເຮົາພ້ອມກັນຜ່ານຜ່າ ການແຜ່ລະບາດນີ້ ຈະຢັ້ງຢືນຄຸນທາດ ແລະ ກຳລັງແຮງ ຂອງ ອາຊຽນ”.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ບັນດາປະເທດ ໄດ້ເປັນເອກະສັນກັນ ຍົກສູງຄວາມສາມາດ ກຽມ ພ້ອມ ຮັບມືກັບການແຜ່ລະບາດ ໃນລະດັບຊາດ ແລະ ພາກພື້ນ ຊຶ່ງ ລວມທັງການສ້າງຕັ້ງເຄືອຄ່າຍ ບັນດາຜູ້ຊ່ຽວຊານ ດ້ານສາທາລະນະສຸກ ໃນສະຖານະການ ສຸກເສີນ ໃນຕໍ່ໜ້າ, ເພີ່ມທະວີ ກຳລັງຄວາມສາມາດ ຂອງ ບັນດາເຄືອຄ່າຍ ຮັບມື ກັບ ສະຖານະການສຸກເສີນ ທີ່ມີພ້ອມຂອງ ອາຊຽນ. ພ້ອມດຽວກັນ ກໍໃຫ້ບຸລິມະສິດ ດ້ານຄວາມສະ ຫງົບປອດໄພ ຂອງພົນລະເມືອງ ໃນຄວາມມານະພະຍາຍາມລວມໝູ່ ຂອງ ອາຊຽນ ກ່ຽວກັບການປ້ອງກັນ ແລະ ຕ້ານການແຜ່ລະບາດໂຄວິດ-19, ສະໜອງການໜູນຊ່ວຍ ທີ່ຈຳເປັນ ໃຫ້ແກ່ພົນລະເມືອງ ຂອງ ບັນດາປະເທດສະມາຊິກ ຫຼື ປະເທດທີ່ສາມ; ເພີ່ມທະວີ ການສື່ສານ ມວນຊົນ ໃຫ້ມີປະສິດທິຜົນ, ໂປ່ງໃສ ດ້ວຍຫຼາຍຮູບການ ຊຶ່ງລວມມີ ການອັບເດັດປະຈຳ ນະໂຍບາຍ ຂອງ ບັນດາປະເທດ, ຂໍ້ມູນຂ່າວ ສານ ກ່ຽວກັບສຸຂະພາບ ວົງຄະນາຍາດ ແລະ ຄວາມປອດໄພ, ແກ້ໃຫ້ຖືກຕ້ອງ ຂໍ້ມູນຂ່າວສານ ທ່ີຜິດເຂວ; ມານະພະຍາຍາມຫຼຸດຜ່ອນ ຄວາມລັງກຽດ ແລະ ຈຳແນກ ການປະພຶດ.

ບັນດາປະເທດສະມາຊິກ ອາຊຽນ ໄດ້ຢືນຢັນອີກຄັ້ງໜຶ່ງ ເຖິງຄຳໝັ້ນໝາຍ ໃນການເຄື່ອນໄຫວ ແລະ ປະສານສົມທົບ ນະໂຍບາຍ ເພື່ອ ຫຼຸດຜ່ອນຜົນກະທົບ ດ້ານເສດຖະກິດ-ສັງຄົມ ຍ້ອນການແຜ່ລະບາດ ລົງສູ່ລະດັບຕໍ່າສຸດ, ຮັບປະກັນ ຄວາມສະຫງົບປອດໄພຂອງ ພົນລະ ເມືອງ, ຮັກສາໄວ້ ຄວາມໝັ້ນຄົງ ດ້ານເສດຖະກິດ-ສັງຄົມ; ໃນນັ້ນແມ່ນຮັກສາໄວ້ ຄຳໝັ້ນໝາຍ ເປີດຕະຫຼາດ ອາຊຽນ ໃນດ້ານການຄ້າ ແລະ ການລົງທຶນ, ເພີ່ມທະວີການຮ່ວມມື ລະຫວ່າງບັນດາ ປະເທດສະມາຊິກ ອາຊຽນ ແລະ ກັບບັນດາ ປະເທດ ຄູ່ຮ່ວມມືຂອງ ອາຊຽນ.


ບັນດາປະເທດ ອາຊຽນ + 3 ຄວາມສາມັກຄີ, ຊ່ວຍເຫຼືອ ເຊິ່ງກັນ ແລະກັນ ຕອບໂຕ້ກັບການແຜ່ລະບາດ ໂຄວິດ-19

ໃນຖານະເປັນປະທານ ອາຊຽນ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນເຈົ້າພາບໃນກອງປະຊຸມສຸດຍອດ ອາຊຽນ + 3 ໂດຍມີການເຂົ້າຮ່ວມຂອງຜູ້ນຳ 10 ປະເທດອາຊຽນ, ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາ ຫຼີ. ກອງປະຊຸມ ຄັ້ງນີ້ ຍັງມີ ການເຂົ້າຮ່ວມຂອງ ທ່່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (WHO) ໃນຖານະເປັນແຂກ ຖືກເຊີນ. ສິ້ນສຸດກອງປະຊຸມ, ບັນ ດາຜູ້ນຳໄດ້ອອກຖະແຫຼງການ ຂອງ ກອງປະຊຸມສຸດຍອດພິເສດ ອາ ຊຽນ + 3 ວ່າດ້ວຍ ການແຜ່ລະບາດ ໂຄວິດ-19.

ອີງຕາມຖະແຫຼງ ສະບັບນີ້, ບັນດາປະເທດສະມາຊິກ ອາຊຽນ +3 ໄດ້ຕັດສິນໃຈ ເພີ່ມທະວີລະບົບ ເຕືອນໄພໂດຍໄວ ໃນພາກພື້ນ ກ່ຽວກັບການແຜ່ລະບາດ ແລະ ພະຍາດລະບາດ ອື່ນໆ ກໍ່ຄື ແລກປ່ຽນ ຂໍ້ມູນຂ່າວສານ ທ່ີເປັນປະຈຳ, ທັນການ, ໂປ່ງໃສ ກ່ຽວກັບ ສະພາບການຕົວຈິງ ແລະ ບັນດາມາດຕະການ ຜັນຂະຫຍາຍ ຂອງ ແຕ່ລະປະເທດ ໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດ ໂຄວິດ-19; ແບ່ງປັນບົດຮຽນ ແລະ ສະພາບຕົວຈິງດີທີສຸດ, ເປີດກວ້າງ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລາມ ຂອງການແຜ່ລະບາດ ກໍຄື ປິ່ນປົວອາການທີ່ກວດພົບຕົວຈິງ ບັນດາກໍລະນີຕິດເຊື້ອພະຍາດ. ໃນເວລາດຽວກັນ ກໍສະໜັບສະໜູນ ການຮັບມືຢ່າງແຂງແຮງ ແລະ ປະສານສົມທົບລວມໃນການຄວບຄຸມ, ປິ່ນປົວ ແນ ໃສ່ໝູນໃຊ້ ຈົນສຸດຄວາມສາມາດ ບັນດາຄວາມມານະພະຍາຍາມ ຜັນຂະຫຍາຍ ບັນດາມາດຕະການ ສະກັດກັ້ນການແຜ່ລະບາດ ໂຄວິດ-19 ຢ່າງມີປະສິດທິຜົນ, ສອດຄ່ອງ ແລະ ແທດເໝາະ ກັບລະດັບ ຄວາມຮ້າຍແຮງ ແລະ ສະຖານະການຜັນແປຕໍ່ໄປ ຂອງ ການແຜ່ລະ ບາດ ໃນບັນດາປະເທດສະມາຊິກ ແລະ ໃນພາກພື້ນ.



ຕອນບ່າຍ ວັນທີ 14 ເມສາ 2020, ທີ່ ຮ່າໂນ້ຍ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ອາຊຽນ 2020 ເປັນເຈົ້າພາບ ໃນ ກອງປະ ຊຸມສຸດຍອດພິເສດ ອາຊຽນ ຕາມ ຮູບແບບປະຊຸມທາງໄກ
ກັບບັນດາຄູ່ຮ່ວມມື ສ ເກົາຫຼີ, ຍີ່ປຸ່ນ ແລະ ສປ ຈີນ (ASEAN+3) ວ່າດ້ວຍການຮັບມືກັບການແຜ່ລະບາດ ໂຄວິດ-19. ໃນພາບ: ນາຍົກ ລັດຖະມົນຕີ ຫງວຽນຊວນຟຸກ,
ປະທານ ອາຊຽນ 2020 ກ່າວປາໄສ ໄຂກອງປະ ຊຸມ. ພາບ: ຖົ໋ງເຍິດ



ນາຍົກລັດຖະມົນຕີ ຍີ່ປຸ່ນ ຊິນໂຊ ອາເບະ ກ່າວປາໄສ ທີ່ກອງປະຊຸມ ທາງໄກ. ພາບ: ຖົ໋ງເຍິດ


ປະທານາທິບໍດີ ສ ເກົາຫຼີ ມູນແຈອິນ ກ່າວປາໄສ ທີ່ກອງປະຊຸມ ທາງໄກ. ພາບ: ຖົ໋ງເຍິດ


ນາຍົກລັດຖະມົນຕີ ຈີນ ຫຼີ ເຄີ້ຊຽງ ກ່າວປາໄສທີ່ກອງປະຊຸມທາງໄກ. ພາບ: ຖົ໋ງເຍິດ

ບັນດາປະເທດ ແລະ ພາກພື້ນ ຍົກສູງກຳລັງຄວາມສາມາດ ແນໃສ່ ກຽມພ້ອມ ຮັບມືກັບການແຜ່ລະບາດ ຊຶ່ງລວມມີ ການປົກປ້ອງ ພະ ນັກງານ, ລັດຖະກອນສາທາລະນະສຸກ ຢູ່ແຖວໜ້າ ແລະ ສະໜອງຢາປິ່ນປົວພະຍາດ, ອຸປະກອນ ການແພດຢ່າງພຽງພໍ, ພິເສດແມ່ນບັນດາເຄື່ອງມື ບົ່ງມະຕິພະຍາດ, ເຄື່ອງມືປ້ອງກັນຕົວສ່ວນບຸກຄົນ, ປະຕິບັດຕາມບັນດາເປົ້າໝາຍ ວ່າດ້ວຍປະສິດທິຜົນ, ຄວາມປອດໄພ ແລະ ຄວາມສາມາດເຂົ້າເຖິງ. ພິເສດ, ພິຈາລະນາ ສ້າງຕັ້ງສາງກຽມເພື່ອ ແຫ່ງໜຶ່ງ ກ່ຽວກັບ ບັນດາເຄື່ອງມືອຸປະກອນ ທີ່ຈຳເປັນໃນ ອາຊຽນ + 3 ແນໃສ່ຮັບມືໂດຍໄວ ໃນສະຖານະການສຸກເສີນ; ໃນນັ້ນສົ່ງເສີມການນຳໃຊ້ ບັນດາ ສາງກຽມເພື່ອສຸກເສີນ ທີ່ມີໃນປັດຈຸບັນ, ໃນພາກພື້ນ ຊຶ່ງລວມມີ ບັນດາສາງ ໂດຍສູນປະສານງານ ອາຊຽນ ກ່ຽວກັບ ການ ໜູນຊ່ວຍ ມະນຸດສະທຳ ແລະ ຄຸ້ມຄອງມະຫາໄພ (AHA) ເປັນຜູ້ຄຸ້ມຄອງ, ຊັ່ງຊາການນຳໃຊ້ສ້າງສາງແຮໄວ້ເຂົ້າສຸກເສີນ ອາຊຽນ + 3 (APTERR).

ບັນດາປະເທດໄດ້ສົ່ງເສີມ ສະໜັບສະໜູນ, ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາປະເທດ ອາຊຽນ ແລະ ບັນດາປະເທດ + 3 ໃນການພັດທະນາ ແຫຼ່ງຊັບພະຍາກອນມະນຸດ, ຍົກສູງ ກຳລັງ ຄວາມສາ ມາດ ໃຫ້ແກ່ຂະແໜງການ ສາທາລະນະສຸກ; ມານະພະຍາຍາມ ຮັບ ປະກັນໃຫ້ ມີແຫຼ່ງການເງິນ ຢ່າງພຽງພໍ ເພື່ອສະກັດກັ້ນ ການແຜ່ລະ ບາດ, ປົກປ້ອງພົນລະເມືອງ ຊຶ່ງລວມມີ ການສະເໜີ ສ້າງຕັ້ງ ກອງທຶນ ຮັບມື ຂອງ ອາຊຽນ ໃນກໍລະນີ ສຸກເສີນ ດ້ານສາທາລະນະສຸກ; ເພີ່ມທະວີການຮ່ວມມື ແນໃສ່ໜູນຊ່ວຍ, ຊ່ວຍເຫຼືອ ພົນລະເມືອງ ອາຊຽນ + 3 ຢ່າງທັນການ, ພິເສດແມ່ນກຸ່ມຄົນ ຖືກະທົບ ງ່າຍທີສຸດ, ກຳລັງໃຊ້ຊີວິດ, ເຮັດວຽກ, ຮໍ່າຮຽນ ຢູ່ບັນດາປະເທດ, ຮັບປະກັນ ກຽດສັກສີ, ສຸຂະພາບ, ຊີວິດ, ຄວາມປອດໄພ ແລະ ປິ່ນປົວສະເໝີພາບ, ປະສິດ ທິຜົນ ໃຫ້ແກ່ບັນດາຜູ້ຄົນ ໄດ້ຮັບຜົນກະທົບຈາກການແຜ່ລະບາດໂຄວິດ-19, ກໍຄືການຊ່ວຍໜູນ ການເຄື່ອນຍ້າຍ ຂອງ ປະຊາຊົນ ໃນເວລາເໝາະສົມ.

ບັນດາປະເທດ ອາຊຽນ + 3 ໄດ້ຢືນຢັນຄືນໃໝ່ ຄຳໝັ້ນໝາຍ ຂອງຕົນ ໃນການເປີດຕະຫຼາດການຄ້າ ແລະ ການລົງທຶນ, ເພີ່ມທະວີ ການຮ່ວມມື ລະຫວ່າງ ບັນດາປະເທດ ອາຊຽນ + 3 ແນໃສ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ເພີ່ມທະວີ ຄວາມສາມາດຟື້ນຄືນ ແລະ ລັກສະນະຍືນຍົງ ຂອງ ລະບົບກົນໄກ ການສະໜອງພາກພື້ນ, ພິເສດແມ່ນ ບັນດາ ປະເພດສິນຄ້າ ທີ່ຈຳເປັນ; ເພີ່ມທະວີ ບັນດາ ຄວາມມານະພະຍາຍາມລວມ ກ່ຽວກັບການຟື້ນຟູຄືນໃໝ່ ຫຼັງການແຜ່ລະບາດ, ກະຕຸກຊຸກຍູ້ ການພັດທະນາເສດຖະກິດ ແລະ ເປັນເຈົ້າຕົນເອງດ້ານການເງິນ, ຟື້ນຟູຄືນໃໝ່ ການຈະເລີນເຕີບໂຕ, ເຊື່ອມຕໍ່ ແລະ ການທ່ອງທ່ຽວ, ຮັກສາສະຖຽນລະພາບດ້ານການຕະຫຼາດ ແລະ ປ້ອງກັນ ບັນດາ ຄວາມສ່ຽງທ່ີອາດຈະເກີດຂຶ້ນ ຂອງ ພາວະທົດຖອຍ ດ້ານເສດຖະກິດ.


ບົດ: VNP ສັງລວມ - ພາບ: VNA


top