ຂ່າວສານ

ອາຊຽນ ແລະ ຍີ່ປຸ່ນ ຮ່ວມມືເພື່ອຄວາມວັດທະນາຖາວອນ

“ອາຊຽນ ແລະ ຍີ່ປຸ່ນ ຮ່ວມມືເພື່ອຄວາມວັດທະນາຖາວອນ” ແມ່ນຫົວຂໍ້ຂອງກອງປະຊຸມສົນທະນາຫົວເລື່ອງສະເພາະໂດຍ ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງໃນຕອນເຊົ້າວັນທີ 04 ມິຖຸນາ ຢູ່ ຮ່າໂນ້ຍ, ພາຍໃຕ້ບົດບາດເປັນປະເທດປະສານງານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ໄລຍະປີ 2018 – 2021.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສົນທະນາ

ກອງປະຊຸມກໍ່ແມ່ນການເຄື່ອນໄຫວສຳຄັນທຳອິດໃນການຜັນຂະຫຍາຍຂໍ້ລິເລີ່ມວັນ ອາຊຽນ - ຍີ່ຢຸ່ນ ຢູ່ ຫວຽດນາມ ປີ 2019. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ເນັ້ນໜັກວ່າ:

        “ຫວຽດນາມ ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງໃຫ້ແກ່ການຮັບປະກັນບົດບາດປະສານງານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ໄລຍະປີ 2018  2021. ຫວຽດນາມ ຈະມານະພະຍາຍາມເປັນຂົວເຊື່ອມຕໍ່ຢ່າງມີປະສິດທິຜົນລະຫວ່າງ ອາຊຽນ ກັບ ຍີ່ປຸ່ນ. ຫວຽດນາມ ປາດຖະໜາວ່າ ຍີ່ປຸ່ນ ສືບຕໍ່ໜູນຊ່ວຍບັນດາປະເທດ ອາຊຽນ ແລະ ຫວຽດນາມ ພັດທະນາບັນດາຂະແໜງເຕັກໂນໂລຊີສູງ, ຂຸດຄົ້ນສັນຍາການຄ້າເສລີ ອາຊຽນ - ຍີ່ປຸ່ນ ຢ່າງມີປະສິດທິຜົນກ່ວາອີກ.

       ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ໄຂງານວາງສະແດງຮູບຖ່າຍສະເຫຼີມສະຫຼອງ 45 ປີແຫ່ງການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ. ຮູບຖ່າຍເກືອບ 30 ແຜ່ນທີ່ໄດ້ວາງສະແດງແມ່ນບັນດາຂີດໝາຍການພັດທະນາສຳຄັນຂອງການພົວພັນລະຫວ່າງ ຍີ່ປຸ່ນ ກັບ ອາຊຽນ ກໍ່ຄືກັບແຕ່ລະປະເທດສະມາຊິກ.

(ແຫຼ່ງຄັດຈາກ VOV)


top