ຂ່າວສານ

ອາຊຽນ ແລະ ຈີນເພີ່ມທະວີການຮ່ວມມືວັດທະນະທຳ, ສັງຄົມ ແລະ ເສດຖະກິດ

      ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ແລະ ຈີນໃນບັນດາຂົງເຂດວັດທະນະທຳ - ສັງຄົມ ແລະ ເສດຖະກິດ ໃຫ້ຫຼາຍກ່ວາອີກແມ່ນເນືຶ້ອໃນຕົ້ນຕໍເຊິ່ງໄດ້ປຶກສາຫາລືຢູ່ກອງປະຊຸມບັນດາອົງການມິດຕະພາບປະຊາຊົນ ອາຊຽນ - ຈີນ( CACPPFO) ຄັ້ງທີ 12 ເຊິ່ງຈະໄດ້ດຳເນີນໃນວັນທີ 12 ພະຈິກ ຢູ່ນະຄອນ Bandung, ອິນໂດເນເຊຍ.

ບັນດາເຈົ້າໜ້າທີ່ຂັ້ນສູງ ອາຊຽນ ແລະ ຈີນຖ່າຍຮູບລວມໝູ່ (ພາບປະກອບ: TTXVN)
      ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Sudrajat ປະທານສະຫະພັນຮ່ວມມືເສດຖະກິດ, ສັງຄົມ ແລະ ວັດທະນະທຳ ອິນໂດເນເຊຍ - ຈີນ ໃຫ້ຮູ້ວ່າ ກອງປະຊຸມຈັດຂຶ້ນດ້ວຍເນື້ອໃນຈິດໃຈ ຂອງກອງປະຊຸມ ອາຊີ - ອາຟຼີກາ ປີ 1955 ເຊິ່ງກໍ່ໄດ້ຈັດຕັ້ງຢູ່ Bandung, ນັ້ນແມ່ນຄວາມມານະພະຍາຍາມສ້າງນ້ຳໃຈມິດຕະພາບ ແລະ ການຮ່ວມມືບົນພື້ນຖານໄວ້ເນື້ອເຊື່ອໃຈ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະໜັບສະໜູນສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນໂລກ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການເປີດກວ້າງ ບັນດາຊ່ອງສຳຜັດລະຫວ່າງ ນັກຊ່ຽວຊານ ແລະ ນັກວິທະຍາສາດໃຫ້ຫຼາຍກວ່າອີກ, ປັບປຸງບັນດາພື້ນຖານຮ່ວມມືໃນບັນດາຂົງເຂດກະສິກຳ, ອາຫານການກິນ, ວັນນະຄະດີ, ການອອກແບບ, ປົກປັກຮັກສາສິ່ງແວດລ້ອມ, ຫັນເປັນດີຈີຕອນ ແລະ ພະລັງງານ.
 (ແຫຼ່ງຄັດຈາກ VOV)


top