ຂ່າວສານ

ອາຊຽນ ແມ່ນພາກພື້ນລົງທຶນສຳຄັນທີ່ສຸດຂອງ ວິສາຫະກິດ ສ.ເກົາຫຼີ

      FKI ຊີ້ໃຫ້ເຫັນວ່າ ວຽກງານຈຳເປັນໃນປັດຈຸບັນ ຂອງ ສ.ເກົາຫຼີແມ່ນຕ້ອງໃຫ້ສັດຕະຍາບັນສັນຍາການຄ້າເສລີ (FTA) ລະຫວ່າງ ສ.ເກົາຫຼີ ແລະ ກຳປູເຈຍ , ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ລະຫ່ວາງ ສ.ເກົາຫຼີ ແລະ ອິນໂດເນເຊຍ, ເຊື່ອມຕໍ່ບັນດາຖ້ຽວບິນການຄ້າໄປຍັງບັນດາປະເທດທີ່ໄດ້ຮັບການລົງທຶນຢ່າງແຮງໃນພາກພື້ນໂດຍໄວ
ພາບປະກອບ: TTXVN
      ວັນທີ 17 ສິງຫາ, ສະຫະພັນບັນດາຂະແໜງອຸດສາຫະກຳ ສ.ເກົາຫຼີ (FKI) ໃຫ້ຮູ້ວ່າ ເຖິງວ່າຖືກຮັບບັນດາຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໂຄວິດ - 19, ແຕ່ການລົງທຶນມາຍັງບັນດາປະເທດສະມາຊິກ ອາຊຽນ ຍັງກວດເອົາກ່ວາ 20% ຍອດເງິນລົງທຶນໂດຍກົງໄປຍັງຕ່າງປະເທດ ຂອງ ສ.ເກົາຫຼີ. ປັດຈຸບັນ, ອາຊຽນແມ່ນພາກພື້ນລົງທຶນສຳຄັນທີ່ສຸດຂອງບັນດາວິສາຫະກິດ ສ.ເກົາຫຼີ. 
      FKI ຊີ້ໃຫ້ເຫັນວ່າ ວຽກງານຈຳເປັນໃນປັດຈຸບັນ ຂອງ ສ.ເກົາຫຼີແມ່ນຕ້ອງໃຫ້ສັດຕະຍາບັນສັນຍາການຄ້າເສລີ (FTA) ລະຫວ່າງ ສ.ເກົາຫຼີ ແລະ ກຳປູເຈຍ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ລະຫ່ວາງ ສ.ເກົາຫຼີ ແລະ ອິນໂດເນເຊຍ, ເຊື່ອມຕໍ່ບັນດາຖ້ຽວບິນການຄ້າໄປຍັງບັນດາປະເທດທີ່ໄດ້ຮັບການລົງທຶນຢ່າງແຮງໃນພາກພື້ນໂດຍໄວ. ໄປຄຽງຄູ່ກັນນັ້ນ, ຕາມ KFI ແລ້ວ, ລັດຖະບານ ສ.ເກົາຫຼີ ຕ້ອງຍູ້ແຮງການໜູນຊ່ວຍດ້ວຍນະໂຍບາຍ ເພື່ອເພີ່ມທະວີກາລະໂອກາດໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີເຂົ້າຮ່ວມບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງບັນດາປະເທດ ໃນອາຊຽນ ຄື ອິນໂດເນເຊຍ ແລະ ໄທ.
(ແຫຼ່ງຄັດຈາກ VOV)


top