ຂ່າວສານ

ອາຊຽນ ແບ່ງເບົາຄວາມເສົ້າສະຫຼົດໃຈກັບ ມຽນມາ ກ່ຽວກັບເຫດດິນເຊາະເຈື່ອນຢູ່ເຂດບໍ່ແຮ່ຂຸດຄົ້ນເພັດພອຍຢູ່ລັດ Kachin

      ຍ້ອນຝົນຕົກໜັກເປັນເວລາຫລາຍມື້ ກໍ່ໃຫ້ເກີດເຫດດິນເຊາະເຈື່ອນຢູ່ເຂດບໍ່ແຮ່ຂຸດຄົ້ນເພັດພອຍຢູ່ລັດ Kachin, ພາກເໜືອ ມຽນມາ, ອັນໄດ້ເຮັດໃຫ້ມີຜູ້ຮັບບາດເຈັບ ແລະ ເສຍຊີວິດເປັນຈຳນວນຫລາຍ

ພາບປະກອບ/  AFP/baoquocte.vn
      ຕາມການສະເໜີຂອງ ຫວຽດນາມ ດ້ວຍບົດບາດເປັນປະທານ ອາຊຽນ, ວັນທີ 04 ກໍລະດົກ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ອອກຖະແຫຼງການ ສະແດງຄວາມເຫັນໃຈ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງລັດຖະບານ ແລະ ປະລາຊົນ ມຽນມາ.
ເລື່ອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ອອກຖະແຫຼງການກ່ຽວກັບເຫດດິນເຊາະເຈື່ອນຢູ່ເຂດບໍ່ແຮ່ຂຸດຕົ້ນເພັດພອຍຢູ່ລັດ kachin ໄດ້ສືບຕໍ່ສະແດງໃຫ້ເຫັນ ອາຊຽນ ຍາມໃດກໍ່ຕິດຕາມຢ່າງໃກ້ຊິດ ແລະ ວ່ອງໄວ, ສົມທົບກັນເຄື່ອນໄຫວຮັບມືກັບບັນດາເຫດການທີ່ກໍ່ຜົນສະທ້ອນຕໍ່ສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ພາກພື້ນ ກໍ່ຄືຊີວິດອິນຊີຂອງປະຊາຊົນ.
(ແຫຼ່ງຄັດຈາກ VOV)

top