ອາຊຽນ

ອາຊຽນ ເອົາຊະນະຜົນກະທົບ ທາງລົບ ຂອງສິ່ງທ້າທາຍໃໝ່ ຢ່າງໜັກແໜ້ນ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອງ ສະມາຄົມບັນດາ ປະເທດອາຊີຕາເວັນອອກສ່ຽງໃຕ້ (ASEAN) ຄັ້ງທີ 54 (AMM-54) ແລະ ບັນດາ ກອງປະຊຸມທີ່ກ່ຽວຂ້ອງ ໄດ້ຈັດຂຶ້ນເນື່ອງໃນໂອ ກາດສະເຫຼີມສະຫຼອງ 54 ປີ ວັນສ້າງຕັ້ງອາຊຽນ (8 ສິງຫາ 1967), ໄດ້ສືບຕໍ່ ຢືນຢັນບົດບາດ ແລະ ຄຸນຄ່າຂອງ ອົງການຈັດຕັ້ງລວມ 10 ປະເທດ ສະມາຊິກນີ້ ພາຍຫຼັງກວ່າເຄິ່ງສະຕະວັດ ແຫ່ງການພັດ ທະນາ, ໂດຍສະເພາະຢ່າງຍິ່ງ ແມ່ນໃນສະພາບການໂລກ ແລະ ພາກພື້ນກຳ ລັງປະເຊີນໜ້າ ກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຫຼາຍຢ່າງ.
ຜົນຂອງ ກອງປະຊຸມໃນກອບ AMM-54 ອີກເທື່ອໜຶ່ງ ສະແດງ ໃຫ້ ເຫັນວ່າ ອາຊຽນ ຍັງມີຄວາມໝັ້ນຄົງ ແລະ ເຊື່ອໝັ້ນໃນຂະບວນ ການ ສ້າງປະຊາຄົມ ອາຊຽນ ພາຍຫຼັງປີ 2025, ເຖິງວ່າຈະໄດ້ຮັບ ຜົນກະທົບ ຈາກສິ່ງທ້າທາຍໃໝ່ຫຼາຍຢ່າງເຊັ່ນ: ການແຜ່ລະບາດ ຂອງ ໂຄວິດ-19, ສະຖານະການທີ່ບໍ່ສະຫງົບຢູ່ ມຽນມາ ຫຼື ການ ແກ່ງແຍ້ງ ທີ່ນັບມື້ຮຸນແຮງ ຂອງບັນດາປະເທດໃຫຍ່ ໃນພາກພື້ນ.
ກອງປະຊຸມ AMM-54 ປະກອບມີກອງປະຊຸມລັດຖະມົນຕີການ ຕ່າງປະເທດ ຂອງ ອາຊຽນ ຫຼາຍກວ່າ 20 ຄັ້ງ ແລະ ລະຫວ່າງ ອາ ຊຽນ ກັບ ບັນດາຄູ່ຮ່ວມມື ໃນກອບ ອາຊຽນ +1, ອາຊຽນ +3, ກອງ ປະຊຸມສຸດຍອດອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກ ພື້ນອາຊຽນ (ARF).

ໄດ້ຈັດຂຶ້ນຕາມຮູບການທາງໄກ ແຕ່ວັນທີ 2-6 ສິງຫາ ໃນສະພາບ ການອາຊີຕາເວັນອອກສ່ຽງໃຕ້ ກຳລັງເປັນ “ຈຸດຮ້ອນ” ຂອງການແຜ່ ລະບາດໂຄວິດ-19 ໂດຍໄວຣັດສາຍພັນ Delta, ບັນດາກອງປະຊຸມ ໃນກອບ AMM-54 ໃຊ້ເວລາຢ່າງຫຼວງຫຼາຍ ເພື່ອການປຶກສາຫາລື ກ່ຽວກັບ ຄວາມພະຍາຍາມ ໃນການສະກັດກັ້ນ ການແຜ່ລະບາດ ຂອງ ພະຍາດ ໄປຄຽງຄູ່ກັບການຟື້ນຟູເສດຖະກິດ ບົນພື້ນຖານ ສືບ ຕໍ່ປະຕິບັດ ກອບການຟື້ນຟູ ອາຊຽນ ຢ່າງຮອບດ້ານ ແລະ ແຜນ ການປະຕິບັດ ຊຶ່ງໄດ້ຮັບຮອງເອົາ ໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 (ເດືອນ ທັນວາ 2020).

ນີ້ຖືວ່າ ເປັນຍຸດທະສາດ ທີ່ປະສົມປະສານ ສໍາລັບ ອາຊຽນ ໃຫ້ມີ ຄວາມຢືດຢຸ່ນ ແລະ ເຂັ້ມແຂງຍິ່ງຂຶ້ນ ຈາກການແຜ່ລະບາດໂຄວິດ-19.

ກອງທຶນຮັບມື ອາຊຽນ ກ່ຽວກັບໂຄວິດ-19, ໜຶ່ງໃນບັນດາຂໍ້ລິເລີ່ມ ສຳຄັນຂອງ ຫວຽດນາມ ໃນປີປະທານ ອາຊຽນ 2020, ໄດ້ຮັບການ ສະໜັບສະໜູນຢ່າງຕັ້ງໜ້າ ຈາກ ບັນດາປະເທດສະມາຊິກ ແລະ ຄູ່ ຮ່ວມມື.

ບັນດາຄູ່ຮ່ວມເຈລະຈາ, ໂດຍສະເພາະແມ່ນ ສ ອາເມລິກາ, ອົດ ສະຕຣາລີ, ອິນເດຍ ແລະ ຣັດເຊຍ ໄດ້ຕົກລົງ ເພີ່ມທະວີການສະ ໜັບ ສະໜູນ ອາຊຽນ ໃນການຮັມມື ກັບການແຜ່ລະບາດຂອງ ໂຄ ວິດ-19 ແລະ ໃນເວລາດຽວກັນ ໄດ້ໃຫ້ຄຳໝັ້ນໝາຍ ທີ່ລະອຽດ ໃນ ການຊ່ວຍເຫຼືອ ອາຊຽນ ໃນການປັບປຸງ ຄວາມສາມາດໃນການ ປິ່ນປົວ, ການປ້ອງກັນ, ການຄົ້ນຄວ້າ ພັດທະນາ ແລະ ເຂົ້າເຖິງ ວັກຊີນ ປ້ອງກັນໂຄວິດ-19 ມີຄວວາມປອດໄພ, ມີປະສິດທິພາບ ແລະ ສະເໝີພາບ.


ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ບຸ່ນແທງເຊີນ ໄດ້ເຂົ້າ ຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 54 (AMM 54) ຕາມຮູບແບບທາງໄກ. ພາບ: ຟ້າມກຽນ/VNA


ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ກ່າວຄຳ ເຫັນ ຢູ່ຮ່າໂນ້ຍ ຕາມຮູບແບບທາງໄກ. ພາບ: ຟ້າມກຽນ / VNA


ຕອນເຊົ້າ ວັນທີ 3 ສິງຫາ 2021, ທ່ານລັດຖະມົນຕີກະຊວງການ ຕ່າງປະເທດ ບຸ່ຍແທງເຊີນ ເຂົ້າຮ່ວມກອງປະຊຸມ ຄູ່ຮ່ວມມື ແມ່ນໍ້າ ຂອງ-ສ ອາເມລິກາ (MUSP)
ຄັ້ງທີສອງ ຕາມຮູບແບບທາງໄກ. ພາບ: ຟ້າມກຽນ/VNA



ຕອນເຊົ້າວັນທີ 3 ສິງຫາ 2021, ທ່ານລັດຖະມົນຕີກະຊວງ ການ ຕ່າງປະເທດ ບຸ່ຍແທງເຊີນ ໄດ້ເຂົ້າຮ່ວມກອງປະຊຸມ ລັດຖະມົນ ຕີການຕ່າງປະເທດ ອາຊຽນ - ສ ເກົາຫຼີ ຕາມຮູບແບບທາງໄກ.
ໃນພາບ: ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ - ສເກົາຫຼີ ຕາມຮູບແບບທາງໄກ.
ທ່ານລັດຖະມົນຕີກະຊວງການຕ່າງ ປະເທດ ບຸ່ຍແທງເຊີນ ກ່າວຄຳ ເຫັນ ຢູ່ຮ່າໂນ້ຍ ຕາມຮູບແບບທາງໄກ. ພາບ: ຟ້າມກຽນ/VNA



ຕອນເຊົ້າວັນທີ 3 ສິງຫາ 2021, ທ່ານລັດຖະມົນຕີກະຊວງ ການ ຕ່າງປະເທດ ບຸ່ຍແທງເຊີນ ໄດ້ເຂົ້າຮ່ວມກອງປະຊຸມລັດຖະ ມົນຕີ ການຕ່າງປະເທດອາຊຽນ - ສປ ຈີນ ຕາມຮູບແບບທາງໄກ.
ພາບ: ຟ້າມກຽນ/VNA



ຕອນບ່າຍວັນທີ 3 ສິງຫາ 2021, ທ່ານລັດຖະມົນຕີກະຊວງການ ຕ່າງປະເທດ ບຸ່ຍແທງເຊີນ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ການຕ່າງປະເທດ ອາຊຽນ - ຍີ່ປຸ່ນ ຕາມຮູບແບບທາງໄກ.
ໃນພາບ: ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ກັບທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu ໃນກອງປະຊຸມ ຕາມຮູບແບບທາງໄກ.
ພາບ: ຟ້າມກຽນ/VNA
ນອກຈາກນັ້ນ, ບັນດາລັດຖະມົນຕີຕ່າງປະເທດ ອາຊຽນ ຍັງໄດ້ວາງ ແຜນດຳເນີນງານ ແລະ ຍຸດທະສາດພາກພື້ນ ກ່ຽວກັບ ການປ້ອງ ກັນຄວາມສະຫງົບ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ວ່າດ້ວຍ ວັກຊີນ ຂອງ ອາຊຽນ ໄລຍະປີ 2021-2025, ໃນນັ້ນຮຽກຮ້ອງ ບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມືເພີ່ມທະວີ ການຮ່ວມມື ແລະ ແບ່ງປັນປະສົບການ ໃນການຄົ້ນຄວ້າ, ພັດທະນາ, ຜະລິດ ແລະ ຈຳໜ່າຍວັກຊີນ, ສະໜອງຄວາມສາມາດ ເຂົ້າເຖິງຢາ ປິ່ນປົວພະຍາດ ໂຄວິດ-19 ຢ່າງສະເໝີພາບ ກໍຄື ກະກຽມຮັບມືກັບບັນດາ ກໍລະນີ ສຸກເສີນ ດ້ານສາທາລະນະສຸກ ໃນອະນາຄົດ.
ຖະແຫຼງການຮ່ວມຂອງ AMM-54 ໃຫ້ຮູ້ວ່າ: ລະດັບຄຳໝັ້ນສັນຍາ ຂອງ ບັນດາປະເທດສະມາຊິກ ແລະ ບັນດາຄູ່ຮ່ວມມືພາຍນອກ ທີ່ ສະຫງວນໃຫ້ແກ່ ກອງທຶນຮັບມື ອາຊຽນ ກ່ຽວກັບໂຄວິດ-19 ໄດ້ບັນ ລຸ 20,5 ລ້ານ ໂດລາສະຫະລັດ. ອາຊຽນ ໄດ້ຕົກລົງໃຊ້ເງິນ 10,5 ລ້ານໂດລາສະຫະລັດ ເພື່ອຊື້ວັກຊີນ ໃຫ້ບັນດາປະເທດສະມາຊິກ.

ບັນຫາ ມຽນມາ ເປັນຫົວຂໍ້ ທີ່ສຳຄັນ ຢູ່ໃນລາຍການດຳເນີນກອງ ປະຊຸມ AMM-54. ການແຕ່ງຕັ້ງ ລັດຖະມົນຕີການຕ່າງປະເທດ ຜູ້ທີສອງ ຂອງ ບຣູໄນ ຄືທ່ານ Erywan Yusof, ເປັນທູດພິເສດ ຂອງ ກຸ່ມທີ່ປະເທດມຽນມາ ຖືວ່າ ເປັນຈຸດເດັ່ນທີ່ສຳຄັນໃນກອງ ປະຊຸມຄັ້ງນີ້.

ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ເນັ້ນ ໜັກ ກ່ຽວກັບການແຕ່ງຕັ້ງທູດພິເສດ ຂອງ ອາຊຽນ ເປັນບາດກ້າວ ອັນສຳຄັນ ແນໃສ່ ປະຕິບັດຄວາມເຫັນພ້ອມ 5 ຈຸດ ທີ່ໄດ້ຮັບຮອງ ເອົາໃນກອງປະຊຸມ ຂອງ ບັນດາຜູ້ນຳ ອາຊຽນ ໃນວັນທີ 24 ເມສາ ປີນີ້.

ສະຫະປະຊາຊາດ ຫວັງວ່າ ຈະສືບຕໍ່ຮ່ວມມືກັບ ອາຊຽນ ເພື່ອຮັບມື ກັບວິກິດການທາງດ້ານການເມືອງ ຢູ່ ປະເທດມຽນມາ ຢ່າງສອດ ຄ່ອງ, ພ້ອມດຽວກັນ ຮັບຮູ້ບົດບາດເພີ່ມເຕີມ ຂອງທູດພິເສດ ອາຊຽນ ແລະ ທູດພິເສດ ຂອງ ສະຫະປະຊາຊາດ. ຫຼາຍປະເທດ ເຊັ່ນ: ຍີ່ປຸ່ນ, ສ ອາເມລິກາ... ໄດ້ສະແດງຄວາມຊົມເຊີຍ ແລະ ສະແດງການສະໜັບສະໜູນ ຕໍ່ການຕັດສິນໃຈຂອງ ອາຊຽນ.

ກ່ຽວກັບບັນຫາທະເລຕາເວັນອອກ, ຝ່າຍຕ່າງໆ ໄດ້ຢືນຢັນຄວາມ ສຳຄັນ ຂອງການຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາໝັ້ນຄົງ, ສະ ຖຽນລະພາບ, ຄວາມປອດໄພ ແລະ ເສລີພາບ ໃນການເດີນທະເລ ແລະ ການເດີນອາກາດ ຢູ່ທະເລຕາເວັນອອກ, ພ້ອມທັງເນັ້ນໜັກ ເຖິງ ລະດັບຄວາມສຳຄັນ ຂອງການປະຕິບັດ ຖະແຫຼງການວ່າດ້ວຍ ການປະພຶດຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC) ປີ 2002 ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ເພື່ອຫຼີກເວັ້ນບໍ່ໃຫ້ສະ ພາບການສັບສົນຍິ່ງຂຶ້ນ ແລະ ເພີ່ມຄວາມເຄັ່ງຕຶງຢູ່ທະເລຕາ ເວັນ ອອກ.

ບັນດາລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນ ຄວາມຈຳເປັນໃນການຮັກສາ ແລະ ສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການເຈ ລະ ຈາ ກ່ຽວກັບປະມວນກົດລະບຽບ ການປະພຶດຂອງຝ່າຍຕ່າງໆຢູ່ ທະ ເລຕາເວັນອອກ (COC); ຊົມເຊີຍບັນດາມາດຕະການທີ່ແທດ ເໝາະກັບຄວາມເປັນຈິງ ທີ່ສາມາດຫຼຸດຜ່ອນຄວາມກົດດັນ ແລະ ຄວາມສ່ຽງເກີດອຸບັດເຫດ, ຄວາມເຂົ້າໃຈຜິດ ແລະ ການຄິດໄລ່ທີ່ ຜິດພາດ.

ກອງປະຊຸມໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການປະຕິບັດ ບັນ ດາມາດຕະການສ້າງຄວາມເຊື່ອໝັ້ນ ແລະ ຢືນຢັນຄືນໃໝ່ ເຖິງ ຄວາມສຳຄັນ ຂອງ ການປະຕິບັດຕາມກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ຂອງ ສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລປີ 1982 (UNCLOS).

ກອງປະຊຸມ AMM-54 ປະກອບມີກອງປະຊຸມລັດຖະມົນຕີການ ຕ່າງປະເທດ ຂອງ ອາຊຽນ ຫຼາຍກວ່າ 20 ຄັ້ງ ແລະ ລະຫວ່າງ ອາ ຊຽນ ກັບ ບັນດາຄູ່ຮ່ວມມື ໃນກອບ ອາຊຽນ +1, ອາຊຽນ +3, ກອງ ປະຊຸມສຸດຍອດອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກ ພື້ນອາຊຽນ (ARF).

ທີ່ເວທີປາໄສດັ່ງກ່າວ, ບັນດາຄູ່ເຈລະຈາ ຂອງ ອາຊຽນ ຕ່າງກໍຢືນ ຢັນ ຄຳໝັ້ນສັນຍາ ໃນການເພີ່ມທະວີການຮ່ວມມືກັບ ອາຊຽນ, ພ້ອມກັນນັ້ນກໍ່ ເນັ້ນໜັກເຖິງ ການສະໜັບສະໜູນ ບົດບາດເປັນໃຈ ກາງຂອງ ອາຊຽນ ໃນການຮັບປະກັນ ສັນຕິພາບ, ຄວາມສະຫງົບ ແລະ ສະຖຽນລະພາບຢູ່ພາກພື້ນ ມະຫາສະໝຸດອິນເດຍ-ມະຫາ ສະໝຸດ ປາຊີຟິກ.

ຂີດໝາຍວຽກງານການຕ່າງປະເທດທີ່ພົ້ນເດັ່ນທີສຸດ ໃນກອງປະຊຸມ ຄັ້ງນີ້ແມ່ນ ອາຊຽນ ມອບສະຖານະຄວາມເປັນຫຸ້ນສ່ວນການເຈລະ ຈາເຕັມຮູບແບບໃຫ້ ລາຊະອານາຈັກ ອັງກິດ. ນີ້ແມ່ນຜົນຂອງ ການ ປຶກສາຫາລືໃນອາຊຽນ ແລະ ອາຊຽນ ກັບອັງກິດ ນັບແຕ່ປີ 2020, ສະແດງ ໃຫ້ເຫັນ ລັກສະນະທ່ີຕັ້ງໜ້າ ແລະເປີດກວ້າງ ໃນການ ພົວ ພັນກັບພາຍນອກ ຂອງ ອາຊຽນ.


ຕອນເຊົ້າວັນທີ 4 ສິງຫາ 2021 (ຕາມເວລາ ຮ່າໂນ້ຍ), ທ່ານລັດຖະ ມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ເຂົ້າຮ່ວມກອງປະ ຊຸມ ລັດຖະມົນຕີການຕ່າງປະເທດ ອາຊຽນ - ສ ອາເມລິກາ
ຕາມ ຮູບແບບທາງໄກ.  ໃນພາບ: ທ່ານລັດຖະມົນຕີການຕ່າງປະເທດ ສ ອາເມລິກາ Antony Blinken ກ່າວປາໄສທີ່ກອງປະຊຸມລັດຖະມົນຕີການ ຕ່າງ ປະເທດອາຊຽນ - ສ ອາເມລິກາ
ຕາມຮູບແບບທາງໄກ. ພາບ: ຟ້າມກຽນ/VNA



ຕອນເຊົ້າວັນທີ 4 ສິງຫາ 2021 (ຕາມເວລາ ຮ່າໂນ້ຍ), ທ່ານລັດຖະ ມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ເຂົ້າຮ່ວມກອງ ປະ ຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອົດສະຕຣາລີ
ຕາມ ຮູບແບບທາງໄກ. ພາບ: ຟ້າມກຽນ/VNA



ຕອນບ່າຍວັນທີ 4 ສິງຫາ 2021, ທ່ານລັດຖະມົນຕີກະຊວງ ການ ຕ່າງປະເທດ ບຸ່ຍແທງເຊີນ ໄດ້ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ການຕ່າງປະເທດອາຊຽນ - ອິນເດຍ ຕາມຮູບແບບທາງໄກ.
ໃນພາບ: ທ່ານລັດຖະມົນຕີຕ່າງປະເທດ ອິນເດຍ Subrahmanyam Jaishankar ກ່າວຄຳປາໄສ ໃນກອງປະຊຸມລັດ ຖະມົນ ຕີການ ຕ່າງ ປະເທດ ອາຊຽນ - ອິນເດຍ ຕາມຮູບແບບທາງໄກ.
ພາບ: ຟ້າມກຽນ/VNA



ຕອນບ່າຍວັນທີ 5 ສິງຫາ 2021 (ຕາມເວລາຮ່າໂນ້ຍ), ທ່ານລັດຖະ ມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ເຂົ້າຮ່ວມພິທີມອບ ສະຖານະຄວາມເປັນຫຸ້ນສ່ວນ ການເຈລະຈາ ອາຊຽນ ໃຫ້ ອັງກິດ
ຕາມຮູບແບບທາງໄກ. ພາບ: ຟ້າມກຽນ/ VNA



ຕອນບ່າຍວັນທີ 6 ສິງຫາ 2021 (ຕາມເວລາ ຮ່າໂນ້ຍ), ທ່ານ ລັດ ຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ເຂົ້າຮ່ວມ ກອງ ປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ສະຫະພາບເອີຣົບ (EU) ຕາມຮູບແບບທາງໄກ. ພາບ: ຟ້າມກຽນ/VNA


ຕອນຄໍ່າວັນທີ 6 ສິງຫາ 2021 (ຕາມເວລາ ຮ່າໂນ້ຍ), ທ່ານລັດຖະ ມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ເຂົ້າຮ່ວມເວທີປາ ໄສ ຄວາມໝັ້ນຄົງ ພາກພື້ນຄັ້ງທີ 28 (ARF) ຕາມຮູບແບບທາງໄກ.
ພາບ: ຟ້າມກຽນ/VNA
ຫວຽດນາມ ເຂົ້າຮ່ວມ AMM-54 ແລະ ກອງປະຊຸມທີ່ກ່ຽວຂ້ອງ ຫຼັງ ຈາກສໍາເລັດ ໜ້າທີ່ເປັນປະທານ ອາຊຽນ ປີ 2020 ເປັນຢ່າງດີ ແລະ ກຳລັງເປັນສະມາຊິກບໍ່ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາ ຊາດ.

ຕັ້ງແຕ່ຕົ້ນປີ 2021, ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ໃນທຸກ ຂະບວນການ ຂອງ ອາຊຽນ ແລະ ສືບຕໍ່ຢືນຢັນຊື່ສຽງ ຂອງ ຕົນໃນ ກອງປະຊຸມຄັ້ງນີ້.
ອັງກິດ ໄດ້ກາຍເປັນຄູ່ຮ່ວມເຈລະຈາ ຄັ້ງທີ 11 ຂອງ ອາຊຽນ, ພ້ອມ ກັບ ສປ ຈີນ, ຍີ່ປຸ່ນ, ສ ເກົາຫຼີ, ອິນເດຍ, ສ ອາເມລິກາ, ການາດາ, ສ ຣັດເຊຍ, ອົດສະຕຣາລີ, ນິວຊີແລນ ແລະ ສະຫະພາບເອີຣົບ (EU).

ບັນດາຂໍ້ລິເລີ່ມ ແລະ ຂໍ້ສະເໜີ ຂອງ ຫວຽດນາມ ໃນປີ ປະທານອາ ຊຽນ 2020 ຈະສືບຕໍ່ຮັກສາ ແລະ ພັດທະນາໃນລາຍການດຳເນີນ ກອງປະຊຸມປີນີ້, ໂດຍສະເພາະແມ່ນ ໃນບັນຫາການເຊື່ອມໂຍງ ການຮ່ວມມືອະນຸພາກພື້ນ ກັບໂຄງການຮ່ວມມື ຂອງ ອາຊຽນ.

ຂໍ້ລິເລີ່ມເພື່ອສ້າງກອງທຶນປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19 ຂອງ ອາຊຽນ ຫຼື ການຈັດຫາອຸປະກອນການແພດ ໃຫ້ບັນດາປະ ເທດ ທີ່ປະສົບກັບ ຄວາມຫຍຸ້ງຍາກ ໃນການປ້ອງກັນ ແລະ ຕ້ານ ພະຍາດ ໄດ້ສໍາເລັດ ແລະ ສືບຕໍ່ເຮັດໃຫ້ສົມບູນແບບ.

ບັນດາຂໍ້ລິເລີ່ມເຫຼົ່ານີ້ ຂອງ ຫວຽດນາມ ໄດ້ກາຍເປັນຊັບສິນລວມ ແລະ ເຂົ້າສູ່ປະຫວັດຂອງ ອາຊຽນ. ຄວາມຄິດເຫັນ ແລະ ຂໍ້ສະເໜີ ຂອງ ຫວຽດນາມ ທີ່ AMM-54 ໄດ້ຕີລາຄາວ່າ ເໝາະສົມ, ເປັນເຈົ້າ ການ, ແທດເໝາະກັບຕົວຈິງ ແລະ ໄດ້ຮັບການສະໜັບສະໜູນ ຈາກ ບັນດາປະເທດ.

ສາມາດເວົ້າໄດ້ວ່າ ຜົນສໍາເລັດທີ່ບັນລຸໄດ້ທີ່ AMM-54 ແລະ ກອງ ປະຊຸມທີ່ກ່ຽວຂ້ອງໄດ້ພິສູດໃຫ້ເຫັນອີກເທື່ອໜຶ່ງວ່າ ຄວາມສາມັກຄີ ແລະ ຄວາມເຫັນດີເປັນເອກະພາບ ໄດ້ສ້າງຄວາມເຂັ້ມແຂງ ແລະ ຢືນຢັນບົດບາດ ສໍາຄັນ ຂອງ ອາຊຽນ, ເພື່ອໃຫ້ອົງການຈັດຕັ້ງພາກ ພື້ນ 10 ປະເທດນີ້ ສືບຕໍ່ຜ່ານຜ່າສິ່ງທ້າທາຍ ແລະ ໜັກແໜ້ນ ກ້າວ ເດີນບົນເສັ້ນທາງ ການສ້າງປະຊາຄົມ ທີ່ມີຄວາມຈະເລີນຮຸ່ງເຮືອງ.
ປະຕິບັດໂດຍ: VNA/VNP - ແປໂດຍ: ບິກລຽນ


top